• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫຼາຍປະເທດ

      ວັນທີ 2 ເມສາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ລົງນາມໃນລັດຖະບັນຍັດຮຽກຮ້ອງໃຫ້ສ້າງຂໍ້ກຳນົດພິເສດວ່າດ້ວຍການເຄື່ອນໄຫວໄປມາຂອງປະຊາຊົນກໍ່ຄືບັນດາພາຫະນະຄົມມະນາຄົມໃນທົ່ວປະເທດເພື່ອແນໃສ່ສະກັດກັ້ນໂລກລະບາດ Covid – 09 ແຜ່ລາມ. ລັດຖະບັນຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບັນດາເຂດວາງອອກຂໍ້ກຳນົດພິເສດ, ກໍ່ຄືຮັບປະກັນການປະຕິບັດບັນດາມາດຕະການຈຳກັດຕ່າງໆເພື່ອສະກັດກັ້ນໂລກລະບາດ Covid -19.

ຕຳຫຼວດລັດເຊຍໄປລາດຕະເວນຢູ່ສະໜາມຫຼວງແດງຢູ່ ມົດສະກູ ໃນວັນທີ 30 ມີນາ ປີ 2020
(ພາບ: AFP/TTXVN)
      ຢູ່ອັງກິດ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຄຳໝັ້ນສັນຍາວ່າຈະເພີ່ມທະວີຢ່າງແຮງຕໍ່ກໍລະນີກວດຫາເຊື້ອໄວຣັດ SARS – CoV- 2 ໃນສະພາບການທີ່ອັງກິດໄດ້ຢັ້ງຢືນວ່າໃນສອງວັນຕິດຕໍ່ກັນນີ້ ມີຜູ້ເສຍຊີວິດກ່ວາ 500 ຄົນໃນແຕ່ລະວັນ. ຕາມທ່ານ Johnson ແລ້ວ, ການກວດຫາເຊື້ອແມ່ນວິທີການຮັບມືຢ່າງມີປະສິດທິຜົນໃນສະພາບການໂລກລະບາດຄືໃນປັດຈຸບັນ.
            ວັນທີ 2 ເມສາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ນຳໃຊ້ກົດດຳລັດວ່າດ້ວຍການຜະລິດທາງປ້ອງກັນຊາດເພື່ອໃຫ້ບັນດາວິສາຫະກິດຜະລິດເຄື່ອງຊ່ວຍຫາຍໃຈໃຫ້ແກ່ຜູ້ຕິດເຊື້ອພະຍາດ Covid – 19. ການກະທຳດັ່ງກ່າວໄດ້ຮັບການປະຕິບັດໃນສະພາບການທີ່ອາເມລິກາພວມປະເຊີນໜ້າກັບສະພາບການວິກິດທາງອຸປະກອນການແພດເພື່ອປິ່ນປົວໃຫ້ແກ່ຄົນເຈັບທີ່ເປັນ Covid – 19 ຍ້ອນວ່າຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໄດ້ເພີ່ມຂຶ້ນຢ່າງວ່ອງໄວ.
        ວັນທີ 3 ເມສາ, ລັດຖະບານຍີ່ປຸ່ນໄດ້ຕົກລົງໜູນຊ່ວຍເງິນສົດ200.000 yen (ປະມານ 1.850 USD) ໃຫ້ແກ່ແຕ່ລະຄອບຄົວທີ່ມີລາຍຮັບຫຼຸດລົງຍ້ອນຜົນກະທົບຈາກໂລກລະບາດ Covid – 19.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດນາມ - ແດນມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ອອກຖະແຫຼງການຮ່ວມ

ຫວຽດນາມ - ແດນມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ອອກຖະແຫຼງການຮ່ວມ

ວັນ​ທີ 20 ຕຸ​ລາ​, ທີ່​ການພົບປະ​ເຈລະ​ຈາ​ຢູ່​ນະ​ຄອນ​ຫຼວງ Copenhagen, ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ລາ​ຊະ​ອາ​ນາ​ຈັກ ແດນ​ມາກ ແຕ່​ວັນ​ທີ 19 - 21 ຕຸ​ລາ​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານນາງ Mette Frederiksen, ນາ​ຍົກ​ລັດ​ຖະ​ມົນ​ຕີ ແດນ​ມາກ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ແດນ​ມາກ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​.

Top