• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະຫາໄຊລະດູບານໃໝ່ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດຂອງຊາດ ຫວຽດນາມ

ທ່ານປະທານປະເທດ ຢືນຢັນວ່າ ມະຫາໄຊລະດູບານໃໝ່ 1975, ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດນັບພັນປີແຫ່ງການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: TTXVN)
 

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີບົດຂຽນດ້ວຍຫົວຂໍ້ “ໄຊຊະນະຂອງການຕໍ່ສູ້ຕ້ານ ອາເມລິກາ, ກູ້ຊາດ - ບົດຮຽນກ່ຽວກັບການສ້າງກຳລັງປະກອບອາວຸດປະຊາຊົນໃຫ້ໝັ້ນຄົງເຂັ້ມແຂງໃນສັງກາດໃໝ່”.

        ທ່ານປະທານປະເທດ ຢືນຢັນວ່າ ມະຫາໄຊລະດູບານໃໝ່ 1975, ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດນັບພັນປີແຫ່ງການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ ຫວຽດນາມ. ຕາມທ່ານແລ້ວ, ມະຫາໄຊລະດູບານໃໝ່ 1975 ໄດ້ຈົດຈຳໃນປະຫວັດສາດຂອງຊາດຕະຫຼອດໄປ ຄືດັ່ງບັນດາໜ້າປະຫວັດສາດອັນສະຫງ່າລາສີທີ່ສຸດ, ແມ່ນສັນຍາລັກອັນສະຫງ່າລາສີກ່ຽວກັບໄຊຊະນະຢ່າງສົມບູນຂອງລັດທິວິລະຊົນປະຕິວັດ ແລະ ພູມປັນຍາຂອງມະນຸດ, ແລະ ກ້າວເຂົ້າສູ່ປະຫວັດສາດຂອງໂລກຄືດັ່ງວິລະກຳທີ່ຍິ່ງໃຫຍ່ຂອງສະຕະວັດທີ 20, ເຫດການມີຄວາມໝາຍສຳຄັນສາກົນທີ່ໃຫຍ່ຫຼວງ ແລະ ມີລັກສະນະຍຸກສະໄໝຢ່າງເລິກເຊິ່ງ. ໄຊຊະນະທີ່ຍິ່ງໃຫຍ່ນັ້ນໄດ້ເປີດສັງກາດໃໝ່ໃນປະຫວັດສາດຂອງຊາດ - ສັງກາດເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ທົ່ວປະເທດກ້າວຂຶ້ນສັງຄົມນິຍົມ.

        ໃນວັນນີ້, ຕໍ່ໜ້າຄວາມຮຽກຮ້ອງຂອງໜ້າທີ່ໃນສະພາບການໃໝ່, ກຳລັງປະກອບອາວຸດປະຊາຊົນຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ ແລະ ປະຕິບັດຢ່າງເຂັ້ມງວດ, ມີ ແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການສັບຊ້ອນກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ປະສິດທິຜົນ, ເຄື່ອນໄຫວຢ່າງມີປະສິດທິພາບ, ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top