• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບ​ລາງວັນ ບຸ່ຍ​ຊວັນ​ຟາຍ - ເພື່ອ​ຄວາ​ມ​ຮັກ​ຮ່າ​ໂນ້ຍ ຄັ້ງ​ທີ 16

ຕອນບ່າຍວັນທີ 05 ຕຸລາ, ຢູ່ຮ່າໂນ້ຍ, ໜັງສືພິມ ກິລາ ແລະ ວັດທະນະທຳ (ສຳນັກຂ່າວສານ ຫວຽດນາມ) ໄດ້ຈັດພິທີມອບລາງວັນ ບຸ່ຍຊວັນຟາຍ - ເພື່ອຄວາມຮັກຮ່າໂນ້ຍ ຄັ້ງທີ 16 ປີ 2023.
ພິທີມອບລາງວັນ

ລາງວັນນີ້ເພື່ອແນໃສ່ເຊີດຊູພາລະກິດຂອງນັກແຕ້ມຜູ້ມີຊື່ສຽງ ບຸ່ຍຊວັນຟາຍ ແລະ ສືບຕໍ່ສະແດງຄວາມຮັກຂອງທ່ານທີ່ມີຕໍ່ຮ່າໂນ້ຍ. ລາງວັນດັ່ງກ່າວໄດ້ມອບໃນທຸກໆປີ ເພື່ອແນໃສ່ລະດົມກຳລັງໃຈ, ສົ່ງເສີມບັນດານັກແຕ້ມໃນການປະດິດແຕ່ງ, ປະດິດຄິດສ້າງບັນດາຜົນງານວັດທະນະທຳ, ສິລະປະ, ພ້ອມທັງຂົນຂວາຍ, ສົ່ງເສີມການເຄື່ອນໄຫວທີ່ດີງາມເພື່ອຄວາມຮັກຮ່າໂນ້ຍ ຂອງປະຊາຊົນ, ປະກອບສ່ວນສ້າງຊີວິດທາງດ້ານວັດທະນະທຳຂອງປະຊາຊົນນະຄອນຫຼວງ. ທ່ານ ຮ່າມິງຫາຍ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ:

“ດ້ວຍປະຫວັດສາດ 16 ປີ ແຫ່ງການສ້າງ ແລະ ພັດທະນາຂອງລາງວັນ ບຸ່ຍຊວັນຟາຍ - ເພື່ອຄວາມຮັກຮ່າໂນ້ຍ, ນະຄອນ ຮ່າໂນ້ຍ ມີຄວາມເຊື່ອໝັ້ນ ແລະ ປາດຖະໜາວ່າ ບັນດາຜະລິດຕະພັນວັດທະນະທຳທີ່ມີຄຸນນະພາບ, ເປັນເອກະລັກ, ພິເສດສະເພາະກ່ຽວກັບຄວາມຮັກຮ່າໂນ້ຍຂອງນັກແຕ້ມນັ້ນ ຈະສືບຕໍ່ແຜ່ຂະຫຍາຍຫຼາຍກວ່າອີກ, ດ້ວຍເປົ້າໝາຍເສີມຂະຫຍາຍແຫຼ່ງກຳລັງວັດທະນະທຳ, ຊັບພະຍາກອນມະນຸດຢ່າງສຸດຂີດ, ສ້າງກຳລັງແຮງພາຍໃນ. ວັດທະນະທຳ ແລະ ມະນຸດ ບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ, ຫາກຍັງແມ່ນພື້ນຖານທາງດ້ານຈິດໃຈ, ແມ່ນແຫຼ່ງກຳລັງໜູນເພື່ອພັດທະນານະຄອນຫຼວງທີ່ມີຄວາມສະຫງົບປອດໄພ, ວັດທະນາຖາວອນ, ອະລິຍະທຳ, ສີວິໄລ, ທັນສະໄໝ”.

ປີນີ້, ລາງວັນ ບຸ່ຍຊວັນຟາຍ - ເພື່ອຄວາມຮັກຮ່າໂນ້ຍ ໄດ້ມອບລາງວັນໃນ 4 ລາຍການ ເຊິ່ງລວມມີ: ຜົນງານ - ເພື່ອຄວາມຮັກ ຮ່າໂນ້ຍ; ການກະທຳ - ເພື່ອຄວາມຮັກຮ່າໂນ້ຍ; ແນວຄວາມຄິດ - ເພື່ອຄວາມຮັກຮ່າໂນ້ຍ ແລະ ລາງວັນ ໃຫຍ່ - ເພື່ອຄວາມຮັກຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ​ສົ່ງ​ຈົດ​ໝາຍອວຍ​ພອນ​ໄປ​ຍັງ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ລາວ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ​ສົ່ງ​ຈົດ​ໝາຍອວຍ​ພອນ​ໄປ​ຍັງ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ລາວ

50ປີຜ່ານມາ, ພະນັກງານ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ລຸ້ນຕ່າງໆ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາ ແລະ ເສີມຂະຫຍາຍການພົວພັນແບບພິເສດ ຫວຽດນາມ - ລາວ.

Top