• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບ​ລາງວັນສື່ມວນ​ຊົນ​ທົ່ວ​ປະ​ເທດ “ເພື່ອ​ພາ​ລະ​ກິດ​ການ​ສຶກ​ສາ ຫວຽດ​ນາມ” ປີ 2021

ວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການສຶກສາ ແລະ ບຳລຸງສ້າງ ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດພິທີມອບລາງວັນສື່ມວນຊົນທົ່ວປະເທດ “ເພື່ອພາລະກິດການສຶກສາ ຫວຽດນາມ” ປີ 2021.
ພິທີ ມອບລາງວັນສື່ມວນຊົນທົ່ວປະເທດ “ເພື່ອພາລະກິດການສຶກສາ ຫວຽດນາມ” ປີ 2021 (ພາບ: TTXVN)

ລາງວັນສື່ມວນຊົນທົ່ວປະເທດ “ເພື່ອພາລະກິດການສຶກສາ ຫວຽດນາມ” ປີ 2021 ມີຜົນງານກ່ວາ 700 ຢ່າງຂອງບັນດາອົງການສື່ມວນຊົນ ນັບແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເຂົ້າຮ່ວມຢູ່ທັງ 4 ຮູບແບບ (ໜັງສືພິມ, ສື່ເອເລັກໂຕນິກ, ກະຈ່າຍສຽງ ແລະ ໂທລະພາບ). ຕາມສະພາກຳມະການແລ້ວ, ຄຸນນະພາບຂອງບັນດາຜົນງານເຂົ້າຮ່ວມໃນປີນີ້ ແມ່ນດີພໍສົມຄວນ, ມີຫົວຂໍ້ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ, ສ່ອງແສງຢ່າງເຂັ້ມຂຸ້ມກ່ຽວກັບການດຳລົງຊີວິດດານການສຶກສາ ແລະ ຕິດແທດກັບບັນຫາພົ້ນເດັ່ນຂອງຂະແໜງການສຶກສາ. ບາງຜົນງານໄດ້ສະແດງຕາມຮູບແບບ Mega Story, Emagazine ຢ່າງທັນສະໄໝ ແລະ ພິຖີພິຖັນ. ຮູບພາບການສຶກສາ ໄດ້ສ່ອງແສງທຸກແຖບຖິ່ນໃນທົ່ວປະເທດ, ນັບແຕ່ເຂດນະຄອນ, ຕົວເມືອງ ຕະຫຼອດຮອດເຂດພູສູງ, ເຂດຫ່າງໄກຊອກຫຼີກ.

ສະພາກຳມະການໄດ້ເຫັນດີເປັນເອກະພາບເລືອກເອົາຜົນງານທີ່ດີເດັ່ນທີ່ສຸດ 62 ຢ່າງເພື່ອມອບລາງວັນ, ໃນນັ້ນລາງວັນພິເສດໄດ້ມອບໃຫ້ລາງວັນ “ໄປສູ່ເຂດໃຈກາງຂອງໂລກລະບາດ” ຂອງກຸ່ມນັກຂ່າວໜັງສືພິມແຮງງານ.

(ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top