• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບເງິນ 55 ຕື້ດົ່ງ ໃຫ້ແກ່ກະຊວງປ້ອງກັນປະເທດ ເພື່ອຮັບໃຊ້ໃຫ້ແກ່ວຽກງານ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ທ່ານ ໂດວັນຈຽນ ມີຄວາມປາດຖະໜາວ່າ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຈະ ສືບຕໍ່ລະດົມກຳລັງໃຈ, ຊີ້ນຳພະນັກງານ, ນັກຮົບທົ່ວກອງທັບ ສືບຕໍ່ເສີມຂະຫຍາຍຈິດໃຈປະຕິບັດໜ້າທີ່ໃຫ້ເປັນຢ່າງດີທີ່ສຸດ, ແມ່ນກຳລັງຕະລຸບອນ, ນຳໜ້າໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19
ທ່ານ ໂດວັນຈຽນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມອບເງິນ 55 ຕື້ດົ່ງ ໃຫ້ແກ່ທ່ານ ພົນໂທ ຮ່ວາງຊວັນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
(ພາບ: VGP)
      ວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ໂດວັນຈຽນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມອບເງິນ 55 ຕື້ດົ່ງຈາກແຫຼ່ງຮັບການສະໜັບສະໜູນ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ກະຊວງປ້ອງກັນປະເທດຫວຽດນາມ.
            ໂດຍໄດ້ຮັບຮູ້ການປະກອບສ່ວນອັນຍິ່ງໃຫຍ່ຂອງກຳລັງທະຫານ, ທ່ານ ໂດວັນຈຽນ ໄດ້ເນັ້ນໜັກວ່າ ດ້ວຍຈິດໃຈ “ຕ້ານໂລກລະບາດຄື ຕ້ານສັດຕູ”, ກຳລັງທະຫານໄດ້ມານະພະຍາຍາມປະຕິບັດໜ້າທີ່, ມີຄວາມໝັ້ນແກ່ນຢູ່ແນວໜ້າໃນການຕ້ານໂລກລະບາດ, ບົນບັນດາເສັ້ນຊາຍແດນກໍ່ຄືຢູ່ເຂດຫ່າງຈາກເຂດແຍກຕົວ… ທ່ານ ໂດວັນຈຽນ ມີຄວາມປາດຖະໜາວ່າ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຈະ ສືບຕໍ່ລະດົມກຳລັງໃຈ, ຊີ້ນຳພະນັກງານ, ນັກຮົບທົ່ວກອງທັບ ສືບຕໍ່ເສີມຂະຫຍາຍຈິດໃຈປະຕິບັດໜ້າທີ່ໃຫ້ເປັນຢ່າງດີທີ່ສຸດ, ແມ່ນກຳລັງຕະລຸບອນ, ນຳໜ້າໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ພ້ອມກັບພັກ, ທົ່ວປວງຊົນທັງຊາດຜ່ານຜ່າຄວາມຫຍຸ້ງຍາກ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ.
 (ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top