• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຫຼຽ​ນ​ໄຊ​ມິດ​ຕະ​ພາບ​ໃຫ້​ ​ທ່ານ Ory Csaba ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຮຸງ​ກາ​ຣີ ປະ​ຈຳ ຫວຽດ​ນາມ

ທ່ານເອກອັກຄະລັດຖະທູດ Ory Csaba ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ.

ທ່ານເອກອັກຄະລັດຖະທູດ Ory Csaba ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ.

    

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນມອບຫຼຽນໄຊມິດຕະພາບໃຫ້ ທ່ານ Ory Csaba ເອກອັກຄະລັດຖະທູດ ຮຸງກາຣີ ປະຈຳ ຫວຽດນາມ (ພາບ: baoquocte.vn)

ຕອນບ່າຍວັນທີ 27 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມອບຫຼຽນໄຊມິດຕະພາບ ໃຫ້ ທ່ານ Ory Csaba ເອກອັກຄະລັດຖະທູດ ຮຸງກາຣີ ປະຈຳ ຫວຽດນາມ. ທີ່ພິທີ, ທ່ານ ບຸຍແທັງເຊີນ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າໃນໄລຍະ 7 ປີຜ່ານມາໃນຖານະເປັນເອກອັກຄະລັດຖະທູດ ຮງກາຣີ ປະຈຳ ຫວຽດນາມ ຂອງທ່ານ Ory Csaba, ທີ່ນຳການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ - ການຮ່ວມມືພັດທະນາ, ວັດທະນະທຳ - ການສຶກສາ, ສາທາລະນະສຸກ…ທ່ານລັດຖະມົນຕີ ກໍ່ສະເໜີໃຫ້ສອງຝ່າຍໝູນໃຊ້ປະສິດທິຜົນຈາກຜົນປະໂຫຍດຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ເພື່ອເພີ່ມທະວີການຮ່ວມມືດ້ານການຄ້າສອງຝ່າຍ ກໍ່ຄືຟື້ນຟູເສດຖະກິດຢູ່ແຕ່ລະປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ Ory Csaba ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top