• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຫຼຽນໄຊ “ເພື່ອພາລະກິດ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ” ມອບໃຫ້ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ

      ປັດຈຸບັນ, ສປຊ ໄດ້ ແລະ ພວມຮ່ວມເດີນທາງກັບບັນດາອົງການຂອງລັດຖະບານ ຫວຽດນາມ, ໃນນັ້ນ ມີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ປະຕິບັດບັນດາຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສຸມໃສ່ແຜນການປະຕິບັດຂໍ້ຕົກລົງ ປາຣີ ຂອງຫວຽດນາມ ດ້ວຍຈຸດສຸມແມ່ນການປະກອບສ່ວນ ໂດຍປະເທດຊາດຕັດສິນເອງ.
ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າມອບຫຼຽນໄຊ ໃຫ້ແກ່ທ່ານ Kamal Malhotra
ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ (ພາບ:  baotainguyenmoitruong.vn)
      ວັນທີ 20 ສິງຫາ, ຢູ່ພິທີມອບຫຼຽນໄຊ “ເພື່ອພາລະກິດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ” ໃຫ້ແກ່ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຊີ້ແຈ້ງວ່າ, ດ້ວຍບົດບາດເປັນຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ທ່ານ  Kamal Malhotra ໄດ້ຕັ້ງໜ້າຊຸກຍູ້ໂຄງການດຳເນີນງານຂອງ ສປຊ ເພື່ອແນໃສ່ຊ່ວຍຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດຢ່າງມີປະສິດທິຜົນກ່ວາ, ກໍ່ຄືການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ສິ່ງແວດລ້ອມຜ່ານແຜນການຍຸດທະສາດລວມ ໄລຍະ 2017 – 2021 ລະຫວ່າງລັດຖະບານ ຫວຽດນາມ ແລະ ສປຊ ປະຈຳ ຫວຽດນາມ. ປັດຈຸບັນ, ສປຊ ໄດ້ ແລະ ພວມຮ່ວມເດີນທາງກັບບັນດາອົງການຂອງລັດຖະບານ ຫວຽດນາມ, ໃນນັ້ນ ມີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ປະຕິບັດບັນດາຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສຸມໃສ່ແຜນການປະຕິບັດຂໍ້ຕົກລົງ ປາຣີ ຂອງຫວຽດນາມ ດ້ວຍຈຸດສຸມແມ່ນການປະກອບສ່ວນ ໂດຍປະເທດຊາດຕັດສິນເອງ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top