• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບທັນຍາຫານ, ອຸປະກອນການແພດໃຫ້ແກ່ກຳລັງປ້ອງກັນຊາຍແດນແຂວງ ເຊກອງ, ລາວ

ກອງບັນຊາການທະຫານຊາຍແດນແຂວງ ກວາງນາມ ໄດ້ມອບທັນຍາຫານ ແລະ ອຸປະກອນການແພດໃຫ້ແກ່ບັນດາກຳລັງປົກປັກຮັກສາເຂດຊາຍແດນຂອງແຂວງ ເຊກອງ.
ທີ່ພິທີມອບ-ຮັບ. (ພາບ: TTXVN)

ວັນທີ 10 ມິຖຸນາ, ຢູ່ດ່ານຊາຍແດນ ນາມຢາງ (ແຂວງ ກວາງນາມ), ກອງບັນຊາການທະຫານຊາຍແດນແຂວງ ກວາງນາມ ໄດ້ມອບທັນຍາຫານ ແລະ ອຸປະກອນການແພດໃຫ້ແກ່ບັນດາກຳລັງປົກປັກຮັກສາເຂດຊາຍແດນຂອງແຂວງ ເຊກອງ (ລາວ) ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ທີ່ພິທີມອບ-ຮັບ, ຫົວໜ້າເສນາທິການກອງບັນຊາການທະຫານແຂວງເຊກອງ ໄດ້ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່, ຊ່ວຍເຫືຼອຢ່າງທັນການຂອງທະຫານປ້ອງກັນຊາຍແດນແຂວງ ກວາງນາມ. ການໜູນຊ່ວຍດັ່ງກ່າວໄດ້ເພີ່ມທະວີນ້ຳໃຈຄວາມສາມັກຄີແບບພິເສດ ແລະ ການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນ 2 ຝ່າຍ, ປະກອບສ່ວນສະກັດກັ້ນໂລກລະບາດ, ຮັກສາສຸຂະພາບເພື່ອໃຫ້ພະນັກງານ, ນັກຮົບຂອງກົມກອງປະຕິບັດໜ້າທີ່ໃຫ້ສຳເລັດເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ໃນ 8 ວັນຢູ່ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ, ຕໍ່ເນື່ອງ ດ້ວຍ ກ່ວາ 70 ການເຄື່ອນໄຫວ ຢູ່ 5 ນະຄອນ

Top