• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟື້ນຟູຂະແໜງທ່ອງທ່ຽວເພື່ອປະກອບສ່ວນພັດທະນາເສດຖະກິດ

ປະຈຸບັນ ລັດຖະບານພວມຊີ້ນຳຢ່າງຂ້ຽວຂາດໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຂົງເຂດທ່ອງທ່ຽວ ດ້ວຍມາດຕະການແກ້ໄຂຢ່າງແຮງ
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: TTXVN)  

ໃນຂອບເຂດກອງປະຊຸມເທື່ອທີ 14 ຄະນະປະຈຳສະພາແຫ່ງຊາດຊຸດທີ 15, ທ່ອງທ່ຽວແມ່ນໜຶ່ງໃນຈຳນວນ 2 ຂົງເຂດເຊິ່ງໄດ້ເລືອກເອົາມາເພື່ອຊັກຖາມ. ສະມາຊິກລັດຖະບານໄດ້ຍົກອອກຫຼາຍມາດຕະການແກ້ໄຂທີ່ວາລະຊັກຖາມກ່ຽວກັບບັນຫາທ່ອງທ່ຽວ ເພື່ອເສີມຂະຫຍາຍບົດບາດເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດໃນໄລຍະຈະມາເຖິງຢ່າງແທ້ຈິງ.

ຍ້ອນປະຕິບັດບັນດານະໂຍບາຍກ່ຽວກັບການຟື້ນຟູ ແລະ ພັດທະນາການທ່ອງທ່ຽວຢ່າງຄົບຊຸດ, ໃນໄລຍະ 6 ເດືອນຕົ້ນປີ 2022, ການທ່ອງທ່ຽວ ຫວຽດນາມ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ພິເສດ, ແຕ່ວັນທີ 15 ມີນາ 2022, ການເຄື່ອນໄຫວດ້ານການທ່ອງທ່ຽວທັງໝົົດຂອງ ຫວຽດນາມ ໄດ້ເປີດປະຕູເຄື່ອນໄຫວຄືນໃໝ່. ນີ້ໄດ້ຮັບຖືວ່າແມ່ນຂີດໝາຍສຳຄັນສຳລັບຂະແໜງທ່ອງທ່ຽວ ຫວຽດນາມ.

ການສົມທົບກັນຢ່າງຄົບຊຸດ ແລະ ມີປະສິດທິຜົນ

ເນື້ອແທ້ຂອງການທ່ອງທ່ຽວແມ່ນຂະແໜງເສດຖະກິດ ແລະ ເພື່ອພັດທະນາໃຫ້ກາຍເປັນປາຍແຫຼມ, ຫວຽດນາມ ຕ້ອງປະຕິບັດບັນດາມາດຕະການແກ້ໄຂຢ່າງແຮງ, ບຸກທະລຸຢ່າງມີປະສິດທິຜົນ. ທີ່ວາລະຊັກຖາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ, ປະຈຸບັນ ລັດຖະບານພວມຊີ້ນຳຢ່າງຂ້ຽວຂາດໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຂົງເຂດທ່ອງທ່ຽວ ດ້ວຍມາດຕະການແກ້ໄຂຢ່າງແຮງ, ບົນຈິດໃຈທ່ອງທ່ຽວແມ່ນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ.

“ນີ້ແມ່ນຂະແໜງການສັງລວມ, ຕ້ອງການມີການປະສານສົມທົບຢ່າງຄົບຊຸດຂອງທຸກຂະແໜງການ, ທ້ອງຖິ່ນ, ພິເສດແມ່ນຕ້ອງການມີການເຂົ້າຮ່ວມ, ຕອບສະໜອງໂດຍກົງຂອງປະຊາຊົນ. ດ້ານໜຶ່ງ ພວກເຮົາຕ້ອງປົວແປງສະພາບແວດລ້ອມດ້ານການທ່ອງທ່ຽວ. ທົ່ວປະເທດ ແລະ ຫຼາຍທ້ອງຖິ່ນໄດ້ປຸກລະດົມຂະບວນການ, ປະຊາຊົນແຕ່ລະຄົນເປັນທູດທ່ອງທ່ຽວ.”

  ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ ຕອບຄຳຊັກຖາມ (ພາບ: TTXVN)  

ຕາມທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ແລ້ວ, ຂະແໜງທ່ອງທ່ຽວ ຫວຽດນາມ ແມ່ນຂະແໜງສັງລວມ, ມີລັກສະນະລະຫວ່າງຂະແໜງ, ເຂດ ແລະ ຫັນເປັນສັງຄົມສູງ. ຍ້ອນເຫດນັ້ນ, ບັນຫາຮ່ວມສຳພັນ ແລະ ສົມທົບກັນແມ່ນປັດໄຈສຳຄັນຍິ່ງເພື່ອພັດທະນາຂະແໜງທ່ອງທ່ຽວ, ຄວາມສາມາດແກ່ງແຍ້ງ ແລະ ຮັບປະກັນລັກສະນະຍືນຍົງໃນການພັດທະນາ. ຍ້ອນເຫດນັ້ນ, ທາງກະຊວງເອົາໃຈໃສ່ທີ່ສຸດເຖິງເລື່ອງຮ່ວມສຳພັນທີ່ສະດວກ.

“ຄົມມະນາຄົມທາງບົກພວມດຳເນີນການເຊື່ອມຕໍ່ເຂດ, ໃນນັ້ນ ສະພາແຫ່ງຊາດໄດ້ຮັບຮອງເອົາແຜນນະໂຍບາຍລົງທຶນບັນດາໂຄງການຄົມມະນາຄົມ ເພື່ອເຊື່ອມຕໍ່ເຂດເສດຖະກິດຈຸດສຸມ… ບັນດານະໂຍບາຍຂອງສູນກາງ ພວມມອບໃຫ້ກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດາອົງການ, ທ້ອງຖິ່ນ ຈັດຕັ້ງການປະຕິບັດ ຈະເຊື່ອມຕໍ່ ແລະ ສ້າງເງື່ອນໄຂເຊື່ອມຕໍ່ດ້ານການທ່ອງທ່ຽວ. ໜ້າທີ່ຄວາມຮັບຜິດຊອບຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວແມ່ນເປັນເສນາທິການໃນວຽກງານຊີ້ນຳປະຕິບັດການຮ່ວມສຳພັນ”.

ທຳອິດແມ່ນເລືອກເອົາການຫັນຫໍພິພິດຕະພັນຫຼາຍແຫ່ງໃນທົ່ວປະເທດເປັນດີຈີຕອນ. ເພື່ອໃຫ້ວຽກງານນີ້ໄດ້ຮັບການປະຕິບັດເປັນຢ່າງດີກວ່າເກົ່າໃນໄລຍະຈະມາເຖິງ, ທາງກະຊວງຈະສຸມໃສ່ເຂົ້າໃນວຽກງານຄຸ້ມຄອງຂໍ້ມູນ, ຮັກສາວັດຖຸວາງສະແດງ, ອັບເດດຄວາມຮູ້ໃໝ່ກ່ຽວກັບບັນດາເຕັກໂນໂລຊີ…

ເອົາໃຈໃສ່ເຖິງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ຂະແໜງທ່ອງທ່ຽວ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອັກຢຸງ ໃຫ້ຮູ້ວ່າ ຫວຽດນາມ ມີຫຼາຍນະໂຍບາຍເພື່ອແນໃສ່ຟື້ນຟູແຮງງານໃນຂົງເຂດທ່ອງທ່ຽວ, ການບໍລິການ. ເມື່ອເຕື້ອງເຖິງມາດຕະການແກ້ໄຂໂດຍພື້ນຖານໃນບັນຫານີ້, ທ່ານລັດຖະມົນຕີ ດ່າວງອັກຢຸງ ໄດ້ຍົກອອກບັນດາໝວດມາດຕະການແກ້ໄຂ, ລະອຽດ:

“ບຳລຸງສ້າງດ້ານຄວາມຮູ້, ທັກສະວິຊາສະເພາະ, ກຳລັງຄວາມສາມາດເປັນເຈົ້າຕົນເອງ ແລະ ຄ່ອຍໆຮັບມືກັບທັກສະໃໝ່; ຜັນຂະຫຍາຍລະບົບມາດຕະຖານທັກສະອາຊີບລະດັບຊາດ ແລະ ພາກພື້ນ, ກ້າວໄປເຖິງການຮັບຮອງເອົາຊຸດມາດຕະການອາຊີບ ອາຊຽນ; ມີນະໂຍບາຍດຶງດູດແຫຼ່ງຊັບພະຍາກອນ ແລະ ການຮ່ຳຮຽນ, ເຮັດວຽກໄປຄຽງຄູ່ກັບການຍົກອອກກຳລັງຄວາມສາມາດຂອງລະບົບສຶກສາ, ບຳລຸງສ້າງວິຊາຊີບ, ຍົກສູງຄຸນນະພາບ; ປະຕິບັດການວາງແຜນຮ່ວມສຳພັນລະຫວ່າງສູນກາງ, ທ້ອງຖິ່ນ, ບັນດາຂະແໜງຕິດພັນກັບວິສາຫະກິດທ່ອງທ່ຽວ ກັບໂຮງຮຽນ… ໃຫ້ຄົບຊຸດ”.

ຊຸມເດືອນຜ່ານມາ. ໝາກຜົນດັ່ງກ່າວແມ່ນກຳລັງໜູນເພື່ອໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍເພື່ອໃຫ້ຂະແໜງທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top