• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟີລິບປິນຄັດຄ້ານ ຈີນ ສ້າງຕັ້ງອັນທີ່ເອີ້ນວ່າ “ເຂດ ຊີຊາ”, “ເຂດ ໜານຊາ” ຢູ່ທະເລຕາເວັນອອກ

ວັນທີ 22 ເມສາ, ຟີລິບປິນ ໄດ້ ຄັດຄ້ານທາງການທູດສຳລັບບັນດາການກະທຳລະເມີດກົດໝາຍສາກົນຂອງ ຈີນ ເມື່ອສ້າງຕັ້ງອັນທີ່ເອີ້ນວ່າ “ເຂດ ຊີຊາ” ແລະ “ເຂດ ໜານຊາ” ຢູ່ທະເລຕາເວັນອອກ.
 
ຟີລິບປິນຄັດຄ້ານ ຈີນ ສ້າງຕັ້ງອັນທີ່ເອີ້ນວ່າ “ເຂດ ຊີຊາ”, “ເຂດ ໜານຊາ” ຢູ່ທະເລຕາເວັນອອກ (ພາບ: 
Reuters)

ວັນທີ 22 ເມສາ, ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Locsin Jr ໃຫ້ຮູ້ວ່າ: ຕອນບ່າຍວັນທີ 22 ເມສາ, ສະຖານທູດ ຈີນ ປະຈຳ ມານີລາ ໄດ້ຮັບ ຈົດໝາຍການທູດຄັດຄ້ານຂອງກະຊວງການຕ່າງປະເທດ ຟີລິບປິນ, ໃນນັ້ນ ໄດ້ກ່າວຫາ ຈີນ ວ່າ ລະເມີດກົດໝາຍສາກົນ ເມື່ອໄດ້ແນປືນຣາດາໃສ່ກ່ຳປັ່ນກອງທັບເຮືອ ຟີລິບປິນ ຢູ່ເຂດທະເລຂອງປະເທດນີ້.

        ກ່ອນໜ້ານັ້ນ, ທ່ານອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນ Albert del Rosario ກໍ່ຮຽກຮ້ອງໃຫ້ລັດຖະບານປະເທດນີ້ ຄັດຄ້ານການກະທຳກະມຶງກະມັງຂອງ ຈີນ. ຕາມທ່ານ Albert del Rosario ແລ້ວ, ຟີລິບປິນ ຄວນມີສະຕິລະວັງຕົວຕໍ່ບັນດາການກະທຳຫວ່າງແລ້ວນີ້ຂອງ ຈີນ ຢູ່ທະເລຕາເວັນອອກ, ພິເສດແມ່ນໃນຂະນະທີ່ ທົ່ວໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19, ເຊິ່ງມີຕົ້ນກຳເນີດມາຈາກ ອູ່ຫັ້ນ, ປະເທດຈີນ.

 (ແຫຼ່ງຄັດຈາກ VOV)

ໂອ​ກາດ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຈາກ​ແຜນ​ການ 15 ຂໍ້

ໂອ​ກາດ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຈາກ​ແຜນ​ການ 15 ຂໍ້

ພາຍຫຼັງການປະທະກັນຢູ່ພາກພື້ນຕາເວັນອອກກາງ ລະຫວ່າງ ອາເມລິກາ - ອິດສະລາແອັນກັບອີຣານ ລະເບີດຂຶ້ນເປັນເວລາ 1 ເດືອນ ແລະ ມີຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງແຮງນັ້ນ ເປັນຄັ້ງທຳອິດ ການປະທະກັນນັ້ນມີໂອກາດໄດ້ຮັບການແກ້ໄຂດ້ວຍເສັ້ນທາງໂອ້ລົມສົນທະນາ, ເມື່ອຝ່າຍອາເມລິກາ ສະເໜີ ແຜນການ 15 ຂໍ້ ກັບອີຣານ ເພື່ອແນໃສ່ຢຸດຕິການປະທະກັນ. ເຖິງຢ່າງໃດກໍຕາມ, ບັນດາຄວາມສ່ຽງການປະທະກັນເພີ່ມຂຶ້ນແມ່ນຍັງໃຫຍ່ຫຼວງທີ່ສຸດ.

Top