• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ຈີນຈະດຳເນີນໃນລະຫວ່າງວັນທີ 28-31/03


ທ່ານ​ພົນ​ເອກ ຟູ​ງກວາງ​ແທງ (ພາບ: KT)

      ນັບ​ແຕ່​ວັນ​ທີ 28 – 31/03/2016 ຢູ່​ແຂວງ ລ້າງ​ເຊີນ (ຫວຽດນາມ) ​ແລະ​ແຂວງ ກວາງຊີ (ຈີນ) ຈະ​ດຳ​ເນີນ​ລາຍການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ປ້ອງ​ກັນຊາ​ດຊາຍ​ແດນ ຫວຽດນາມ - ຈີນ ຄັ້ງ​ທີ 3. ທ່ານ​ພົນ​ເອກ ຟູ​ງກວາງ​ແທງ ຮອງ​ເລຂາທິການຄະນະ​ພັກ​ການ​ທະຫານ​ສູນ​ກາງ, ລັດຖະມົນຕີ​ວ່າ​ການ​ກະຊວງປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ທ່ານ​ພົນ​ໂທ ຈ່າງ​ວານ​​ແຈ໋ວນ ກຳມະການລັດຖະບານ, ກຳ​ມະ​ການ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ​ເປັນ​ປະທານ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ.
        ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ມິດຕະພາບ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ຈະ​ເຫັນ​ປະຈັກ​ຕາ​ການ​ລາດຕະ​ເວນ​ຮ່ວມ​ລະຫວ່າງ​ທະຫານ​ປ້ອງ​ກັນຊາຍ​ແດນ 2 ປະ​ເທດ; ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະ​ຫຼອງ​ຫໍ​ວັດທະນະທຳ​ມິດຕະພາບ​ຊາຍ​ແດນ ຫວຽດນາມ - ຈີນ ​ແລະ ຢ້ຽມຢາມ​ຫົວໜ່ວຍ​ການ​ທະຫານ​ຈຳນວນ​ໜຶ່ງ 2 ຝ່າຍ…​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ 2 ປະ​ເທດ​ເວົ້າ​ລວມ, ລະຫວ​່າງປະຊາຊົນ ​ແລະ ກຳລັງ​ປ້ອງ​ກັນຊາຍ​ແດນ 2 ປະ​ເທດ​ເວົ້າ​ສະ​ເພາະ, ປະກອບສ່ວນ​ສ້າງ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັກ​ທະ​ນາ; ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ.​
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top