• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພີທີສະເຫຼີມສະຫຼອງ 72 ປີແຫ່ງວັນຊາດຫວຽດນາມ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ

      ຕອນຄ່ຳວັນທີ 04 ກັນຍາ, ຢູ່ນະຄອນເກີນເທີ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (05 ກັນຍາ 1962 – 05 ກັນຍາ 2017).
      ພິທີສະເຫຼີມສະຫຼອງແມ່ນເພື່ອແນໃສ່ຫວນຄືນມູນເຊື້ອຄວາມສາມັກຄີ, ມິດຕະພາບທີ່ດີງາມລະຫວ່າງ 2 ປະເທດຫວຽດນາມ - ລາວ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໜຶ່ງໃນບັນດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສິລະປະ, ປະກອບສ່ວນຊຸກຍູ້ນ້ຳໃຈມິດຕະພາບອັນສະໜິດແໜ້ນລະຫວ່າງຫວຽດນາມ - ລາວ ຕື່ມອີກ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງກວາງຮ່ວາຍນາມ, ຮອງປະທານຄະນະກຳມະການປະຊາຊົນນະຄອນເກີນເທີ, ເນັ້ນໜັກວ່າ.
“ເສີມຂະຫຍາຍມູນເຊື້ອກ່ຽວກັບການຮັກສາສາຍພົວພັນປະຫວັດສາດແບບພິເສດ, ຮອບດ້ານລະຫວ່າງຫວຽດນາມ - ລາວ, ໃນຊຸມປີຜ່ານມາ ນະຄອນເກີນເທີ ໄດ້ເພີ່ມທະວີຈັດຕັ້ງບັນດາການເຄື່ອນໄຫວສາມັກຄີ, ສັນຕິພາບ, ມິດຕະພາບຫວຽດນາມ - ລາວ; ຮັກສາການພົວພັນກັບແຂວງ ສະຫວັນນະເຂດ ໜູນຊ່ວຍທຶນການສຶກສາໃຫ້ນັກສຶກສາລາວ ມານະຄອນເກີນເທີ ຮ່ຳຮຽນ ແລະ ຍາມໃດນະຄອນເກີນເທີ ກໍ່ສ້າງທຸກເງື່ອນໄຂສະດວກເພື່ອໜູນຊ່ວຍການຮ່ວມມືກັບລາວ.”
(ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ)
      ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ 72 ປີວັນຊາດຫວຽດນາມ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top