• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນມູນ​ເຊື້ອ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ

ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອ ກຳລັງຕຳຫຼວດປະຊາຊົນ ແລະ ຮັບຫຼຽນໄຊໂຮ່ຈີມິນ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 17 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຄຳອວຍພອນອັນປະເສີດໄປຍັງບັນດາການນຳ ແລະ ໝູ່ຄະນະພະນັກງານ, ນັກຮົບກຳລັງຕຳຫຼວດປະຊາຊົນ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)  

ທີ່ພິທີ, ຄະນະຈັດຕັ້ງໄດ້ອ່ານຈົດໝາຍຍ້ອງຍໍຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ ຫວຽດນາມ (20 ກໍລະກົດ 1962 – 20 ກໍລະກົດ 2022).

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າເສັ້ນທາງປະຫວັດສາດແຫ່ງການສູ້ຮົບ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນ ຍາມໃດກໍ່ສະໜິດຕິດພັນໂສມໜ້າປະຫວັດສາດທີ່ອົງອາດກ້າຫານຂອງກຳລັງຕຳຫຼວດປະຊາຊົນ, ຂອງຊາດ, ຂອງການປະຕິວັດ ແລະ ການພັດທະນາປະເທດຊາດ, ການດຳລົງຊີວິດຢ່າງສະຫງົບສຸກຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

ດ້ວຍມູນເຊື້ອວິລະຊົນ, ການປະຕິວັດທີ່ສະຫງ່າອົງອາດໃນໄລຍະ 60 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະ ເຕີບໂຫຍ່, ພວກເຮົາເຊື່ອໝັ້ນຢ່າງໝັ້ນແກ່ນວ່າ ກຳລັງຕຳຫຼວດປະຊາຊົນຈະເສີມຂະຫຍາຍມູນເຊື້ອວິລະຊົນຢ່າງສູງສຸດ ດ້ວຍຈິດໃຈໃໝ່,  ກຳລັງໜູນໃໝ່, ພ້ອມແລ້ວທີ່ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ສືບຕໍ່ສ້າງຜົນງານທີ່ດີເດັ່ນຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ- ເພື່ອຄວາມເຂັ້ມແຂງ, ວັດທະນາຖາວອນຂອງປະເທດຊາດ, ເພື່ອຄວາມຄາດຫວັງພັດທະນາຢ່າງວັດທະນາຖາວອນ ແລະ ຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top