• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 78 ປີ ຢູ່ ຕ່າງ​ປະ​ເທດ

ໃນຕະຫຼອດ 78 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກຄອມມູນິດ ຫວຽດນາມ ປະຊາຊົນ ຫວຽດນາມ ໄດ້ສາມັກຄີກັນ ຜ່ານຜ່າບັນດາໄລຍະທາງທີ່ຫຍຸ້ງຍາກລຳບາກເພື່ອປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ດຳເນີນພາລະກິດປ່ຽນແປງໃໝ່, ນຳ ຫວຽດນາມ ຈາກປະເທດທຸກຍາກ, ຖືກສົງຄາມມ້າງທຳລາຍຢ່າງໜັກໜ່ວງ, ກາຍເປັນປະເທດພວມພັດທະນາ ມີລາຍຮັບປານກາງ..."
ບັນດາແຂກຖືກເຊີນເຂົ້າຮ່ວມພິທີ (ພາບ: VOV)

ຕອນຄ່ຳວັນທີ 1 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ (2/9/1945 - 2/9/2023).  ເຂົ້າຮ່ວມພິທີ, ມີທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ; ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍການນຳບັນດາຄະນະ, ກະຊວງ, ຂະແໜງການຂອງລາວ. ນອກຈາກນັ້ນ, ຍັງມີຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳ ລາວ ແລະ ພໍ່ແມ່ຊາວ ຫວຽດນາມ ອາໄສ ແລະ ເຮັດວຽກຢູ່ລາວ ກໍໄດ້ມີໜ້າເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ກ່າວສູນທອນພົດ (ພາບ: VOV)

ເມື່ອກ່າວສູນທອນພົດທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ໄດ້ທົບທວນຄືນປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ ດ້ວຍຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມ ວັນທີ 2 ກັນຍາ 1945, ເມື່ອປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດສະຖາປະນາປະເທ ປະຊາທິປະໄຕສັງຄົມນິຍົມ ຫວຽດນາມ, ເຊິ່ງປັດຈຸບັນແມ່ນປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ເນັ້ນໜັກວ່າ:

“ໃນຕະຫຼອດ 78 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກຄອມມູນິດ ຫວຽດນາມ ປະຊາຊົນ ຫວຽດນາມ ໄດ້ສາມັກຄີກັນ ຜ່ານຜ່າບັນດາໄລຍະທາງທີ່ຫຍຸ້ງຍາກລຳບາກເພື່ອປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ດຳເນີນພາລະກິດປ່ຽນແປງໃໝ່, ນຳ ຫວຽດນາມ ຈາກປະເທດທຸກຍາກ, ຖືກສົງຄາມມ້າງທຳລາຍຢ່າງໜັກໜ່ວງ, ກາຍເປັນປະເທດພວມພັດທະນາ ມີລາຍຮັບປານກາງ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງ, ຖານະບົດບາດ ແລະ ອຸດທິພົນຊື່ສຽງຂອງ ຫວຽດນາມ ກໍນັບມື້ນັບໄດ້ຍົກສູງຂຶ້ນບົນເວທີສາກົນ.”

ພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຈັດຂຶ້ນຢູ່ ຍີ່ປຸ່ນ (ພາບ: VOV)

ກ່ອນໜ້ານັ້ນ, ວັນທີ 31 ສິງຫາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງ Fukuoka, ຍີ່ປຸ່ນ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ເຊັ່ນດຽວກັນ.

ເນື່ອງໃນໂອກາດນີ້, ວັນທີ 1 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີເຊັ່ນດຽວກັນ, ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນປະມານ 200 ທ່ານ ເຊິ່ງແມ່ນຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງສັງຄົມ ອາກຊັງຕິນ, ຄະນະທຸຕານຸທູດ, ເພື່ອນມິດປະເທດປະຈຳຖິ່ນ ແລະ ປະຊາຄົມຊາວ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top