• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ປິດ​ການ​ແຂ່ງ​ຂັນໂຄ​ສະ​ນາ​ເຜີຍ​ແຜ່ກ່ຽວ​ກັບ “ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ”

ການແຂ່ງຂັນຖືກດຳເນີນແຕ່ວັນທີ 18 ພຶດສະພາ - 21 ພຶດສະພາ ຢູ່ນະຄອນ ຫາຍຟ່ອງ ດ້ວຍການເຂົ້າຮ່ວມຂອງການຜູ້ໂຄສະນາ, ນັກສິລະປິນ, ນັກສະແດງ, ນັກດົນຕີທີ່ມາຈາກ 46 ໃນຈຳນວນ 63 ແຂວງ, ນະຄອນ.
ທ່ານ ຫງວຽນກວັກຮຸຍ, ຮອງຫົວໜ້າກົມຮາກຖານວັດທະນະທຳ, ຮອງຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 21 ພຶດສະພາ, ຢູ່ນະຄອນ ຫາຍຟ່ອງ, ກົມຮາກຖານວັດທະນະທຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ຈັດພິທີປິດການແຂ່ງຂັນໂຄສະນາເຜີຍແຜ່ ດ້ວຍຫົວຂໍ້ “ທະເລ ແລະ ໝູ່ເກາະ ຫວຽດນາມ”. ການແຂ່ງຂັນຖືກດຳເນີນແຕ່ວັນທີ 18 ພຶດສະພາ - 21 ພຶດສະພາ ຢູ່ນະຄອນ ຫາຍຟ່ອງ ດ້ວຍການເຂົ້າຮ່ວມຂອງການຜູ້ໂຄສະນາ, ນັກສິລະປິນ, ນັກສະແດງ, ນັກດົນຕີທີ່ມາຈາກ 46 ໃນຈຳນວນ 63 ແຂວງ, ນະຄອນ.

ບັນດາທິມ ໄດ້ແຂ່ງຂັນກັນຢູ່ 3 ເນື້ອໃນ: ຕົບແຕ່ງ ແລະ ແຫ່ຂະບວນລົດໂຄສະນາ; ວາງສະແດງ ແລະ ບັນລະຍາຍ ແລະ ການສະແດງສິລະປະ. ທ່ານ ຫງວຽນກວັກຮຸຍ, ຮອງຫົວໜ້າກົມຮາກຖານວັດທະນະທຳ, ຮອງຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ໄດ້ຕີລາຄາວ່າ:

“ການແຂ່ງຂັນໄດ້ຕອບສະໜອງກ່ຽວກັບຂອບຂະໜາດ, ຄຸນນະພາບທາງດ້ານສິລະປະ ແລະ ປະສິດທິຜົນໃນການໂຄສະນາເຜີຍແຜ່ໜ້າທີ່ການເມືອງ, ພ້ອມດຽວກັນນັ້ນ ກໍ່ຍັງຕອບສະໜອງໄດ້ຄວາມຕ້ອງການທາງດ້ານຈິດໃຈໃຫ້ແກ່ພໍ່ແມ່ປະຊາຊົນທຸກຊັ້ນວັນນະອີກດ້ວຍ.”

ຄະນະຈັດຕັ້ງ ໄດ້ມອບຫຼຽນຄຳ 79 ຫຼຽນ, ຫຼຽນເງິນ 141 ຫຼຽນ ແລະ ໃບຍ້ອງຍໍ 7 ໃບ ໃຫ້ແກ່ບັນດາຫົວໜ່ວຍ ແລະ ທິມທີ່ເຂົ້າຮ່ວມການແຂ່ງຂັນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top