• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຢູ່ ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ

ຕອນບ່າຍວັນທີ 21 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ທຳນຽບນາຍົກລັດຖະມົນຕີ, ສູນກາງບໍລິຫານ Putrajaya, ມາເລເຊຍ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ມາຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ພັນລະຍາ ແຕ່ວັນທີ 21 – 23 ພະຈິກ, ໄດ້ຈັດຂຶ້ນຢ່າງສົມກຽດຕາມພິທີການສູງສຸດສະຫງວນໃຫ້ແກ່ປະມຸກລັດ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: TTXVN)

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເຂົ້າຮ່ວມກອງປະຊຸມວົງແຄບ, ຫຼັງຈາກນັ້ນ ດຳເນີນການພົບປະສອງຝ່າຍຢ່າງເປັນທາງການ ແລະ ກ່າວຄຳເຫັນຕໍ່ວົງການສື່ມວນຊົນ ພາຍຫຼັງກອງປະຊຸມພົບປະສອງຝ່າຍ. ນະທີນີ້, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໃຫ້ຮູ້ວ່າ ການຢ້ຽມຢາມ ມາເລເຊຍ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຄັ້ງນີ້ ມີຄວາມໝາຍສຳຄັນ ເມື່ອສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ໃນນັ້ນ ມີຂົງເຂດຄວາມໝັ້ນຄົງ, ການປ້ອງກັນຊາດ, ການຮ່ວມມືທາງທະເລ ແລະ ບາງຂົງເຂດຮ່ວມມືອື່ນໆກ່ຽວກັບໄຟຟ້າ, ເສດຖະກິດີຈີຕອນ. ສອງຝ່າຍກໍເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ໃນນັ້ນ ມີຂົງເຂດຄວາມໝັ້ນຄົງ. ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ສອງຝ່າຍໃຫ້ຄຳໝັ້ນສັນຍາສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເສັ້ນທາງພັດທະນາຂອງແຕ່ລະປະເທດ; ສືບຕໍ່ປັບປຸງ ແລະ ເພີ່ມທະວີການຮ່ວມມືມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດບົນພື້ນຖານເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງ, ສອດຄ່ອງກັບສະພາບການເສດຖະກິດ - ສັງຄົມ ແລະ ກົດໝາຍ, ຂໍ້ກຳນົດຂອງແຕ່ລະປະເທດ.

 ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເປັນສັກຂີພິຍານພິທີມອບ - ຮັບເອກະສານຮ່ວມມື 2 ສະບັບ ກ່ຽວກັບການເພີ່ມທະວີການຮ່ວມມືສົ່ງເສີມການຄ້າ ແລະ ພະລັງງານທົດແທນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່.

Top