ຂ່າວສານ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມທາງລັດຖະກິດຢູ່ ນິວຊີແລນ
(ແຫຼ່ງຄັດຈາກ VOV)ຕອນເຊົ້າວັນທີ 13 ສິງຫາ, ຕາມເວລາທ້ອງຖິ່ນ, ຢູ່ທຳນຽບຜູ້ສຳເລັດລາດຊະການ ນິວຊີແລັນ ຢູ່ນະຄອນ Auckland, ທ່ານນາງ Cindy Kiro ຜູ້ສຳເລັດລາດຊະການ ນິວຊີແລັນ ໄດ້ເປັນປະທານພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດ ນິວຊີແລັນ (ແຕ່ວັນທີ 12 – 14 ສິງຫາ 2026).
ທີ່ພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາງ Cindy Kiro ຜູ້ສຳເລັດລາດຊະການໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ມາຢ້ຽມຢາມທາງລັດຖະກິດ ນິວຊີແລັນ. ສິ້ນສຸດພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ດຳເນີນກອງປະຊຸມເຈລະຈາກັບທ່ານນາງ Cindy Kiro ຜູ້ສຳເລັດລາດຊະການ ນິວຊີແລັນ, ເຈລະຈາກັບທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລັນ, ເປັນສັກຂີພິຍານ ພິທີມອບຮັບເອກະສານຮ່ວມມື ແລະ ພົບປະກັບສື່ມວນຊົນ.





