• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄວ້ອາໄລຈາລຶກບຸນຄຸນທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ຕອນເຊົ້າວັນທີ 10 ພຶດສະພາ, ທີ່ສຸສານນັກຮົບເສຍສະຫຼະຊີວິດແຫ່ງຊາດທາງເລກ 9, ຄະນະກຳມະການປະຊາຊົນແຂວງ ກວາງຈິ້ ໄດ້ຈັດຕັ້ງພິທີຮັບ 21 ອັດຖິ ແລະ ໄວ້ອາໄລຈາລຶກບຸນຄຸນນັກຮົບເສຍສະຫຼະຊີວິດ ແລະ ຂຸມຝັງສົບລວມໝູ່ 1 ຂຸມແມ່ນທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ.

ພິທີໄວ້ອາໄລຈາລຶກບຸນຄຸນທະຫານອາສາສະໝັກ
ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ (ພາບ: baoquangtri.vn)
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ຄຳພູນ ຕຸໄພທູນ, ຮອງເຈົ້າແຂວງ, ປະທານຄະນະປະຕິບັດງານພິເສດແຂວງ ສະຫວັນນະເຂດ (ລາວ), ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນບັນດາເຜົ່າລາວເວົ້າລວມ, ອຳນາດການປົກຄອງ, ປະຊາຊົນແຂວງ ສະຫວັນນະເຂດເວົ້າສະເພາະ, ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການເສຍສະຫຼະ ເລືອດເນື້ອຂອງບັນດານັກຮົບອາສາສະໝັກ ຫວຽດນາມ ເພື່ອເຮັດຫຼ້ອນໜ້າທີ່ສາກົນອັນສູງສົ່ງ ເພື່ອເອກະລາດ, ອິດສະຫຼະພາບຂອງ 2 ຊາດ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top