• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງບໍລິສັດຫຸ້ນສ່ວນນ້ຳນົມVinamilk

ທ່ານ​ນາງ​ຫງວຽນ​ທິກີ​ມ​ເງິນ ​​ປະດັບ​ຫຼຽນ​ໄຊ​ເອກະ​ລາດ​ຊັ້ນ 3
ໃຫ້​ໝູ່​ຄະນະ​ບໍລິສັດ​ຫຸ້ນ​ສ່ວນ​ນ້ຳນົມ ຫວຽດນາມ
(ພາບ:ປະຊາຊົນ)
      ຕອນ​ຄ່ຳ​ວັນ​ທີ 20/08 ຢູ່​ຮ່າ​ໂນ້ຍ, ບໍລິສັດ​ຫຸ້ນ​ສ່ວນ​ນ້ຳນົມ ຫວຽດນາມ (Vinamilk) ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ບໍລິສັດ​ຫຸ້ນ​ສ່ວນ​ນ້ຳນົມ ຫວຽດນາມ (20/08/1976 – 20/08/2016). ລາຍການ​ສະ​ເຫຼີ​ມສະຫຼອງ​ມີ​ຊື່ວ່າ “ຄວາມ​ໄຝ່ຝັນນ້ຳນົມ​ ຫວຽດນາມ”. ​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ; ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ.
        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ​ເນັ້ນ​ໜັກ​ວ່າ: ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ພາຍຫລັງ​ປະ​ເທດ​ຊາດ​ເຕົ້າ​ໂຮມ​ເປັນ​ເອກະ​ພາບ, ບໍລິສັດ Vinamilk ​ໄດ້​ຜ່ານ​ຜ່າ​ວິວັດ​ການ​ສ້າງ​ຕັ້ງ ​ແລ​ະ ພັດທະນາ​ຢ່າງ​ໝັ້ນຄົງ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ສຳ​ເລັດ​ຜົນ​ຂອງ​​ແຜນ​ນະ​ໂຍບາຍ​ຫັນ​ເປັນ​ຫຸ້ນ​ສ່ວນ​ຂອງ ຫວຽດນາມ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ແບບຢ່າງ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ທີ່ສ້າງ​ເຄື່ອງໝາຍ​ການ​ຄ້າ ຫວຽດນາມ ດ້ວຍ​ບັນດາ​ຜະລິດ​ຕະພັນ​ທີ່​ມີຄຸນ​ນະພາ​ບ ​ສາມາດ​ແກ່ງ​ແຍ້​ງຢູ່​ຕະຫລາດ​ພາຍ​ໃນ​ປະ​ເທດ ​ແລ​ະ ຕ່າງປະ​​ເທດ​ໄດ້. ທ່າ​ນຮອງ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ: ສະພາ​ບໍລິຫານງານ, ຄະນະ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ ຄວນ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ກ່ວາ​ອີກ ​ໃນ​ການ​ຄົ້ນ​ຄວ້າ​ເປີດ​ກ້ວາງ​ການ​ຕະຫລາດ, ຕັດສິນ​ຍຸດ​ທະ​ສາດ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃຫ້​ຖືກຕ້ອງ; ​ເອົາ​ໃຈ​ໃສ່​ຫລາຍ​ກ່ວາ​ອີກ​​ເຖິງ​ການ​ບຳລຸງ​ສ້າງ ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​​ໃຫ້​ແກ່​ພະນັກ​ງານການ​ນຳ​ສືບ​ທອດ ​ແລະ ລະດັບ​ສີມືການ​ຊ່າງ​ໃຫ້​ຜູ້​ອອກ​ແຮງ​ງານ.
        ​ແລ​ະກໍ່​ໃນ​ພິທີ, ຕາງໜ້າ​ການ​ນຳ​ພັກ, ລັດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ປະດັບ​ຫຼຽນ​ໄຊ​ເອກະ​ລາດ​ຊັ້ນ 3 (ຄັ້ງ​ທີ 2) ຂອງ​ປະທານ​ປະ​ເທດ ​ໃຫ້​ໝູ່​ຄະນະ​ບໍລິສັດ​ຫຸ້ນ​ສ່ວນ​ນ້ຳນົມ ຫວຽດນາມ (Vinamilk). ​ແລະ​ກໍ່​ໃນ​ພິທີ ບໍລິສັດ Vinamilk ສະຫງວນ 14 ຕື້​ດົ່ງ​ໃຫ້​ແກ່​ພວກ​ນ້ອງ​ນັກຮຽນ​ທີ່​ປະສົມ​ກັບ​ຄວາມ​ທຸກ​ຍາກ​ຢູ່​ຫລາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top