• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ລາຍການ “ເຍົາວະຊົນ ຫວຽດນາມ ບືນຕົວອອກສູ່ໂລກ”

ໃນວັນທີ 26 ແລະ 27 ທັນວາ ຢູ່ແຂວງ ບັກນິງ, ສະພາກອງເຍົາວະຊົນສູນກາງ ໄດ້ຈັດພິທີສະຫຼຸບ ແລະ ມອບລາງວັນລາຍການ “ເຍົາວະຊົນ ຫວຽດນາມ - ບືນຕົວອອກສູ່ໂລກ”ຄັ້ງທີ່ໜຶ່ງ ດ້ວຍຫົວຂໍ້ “ສີສັນ ອາຊຽນ”. 

ພິທີເປີດລາຍການ“ເຍົາວະຊົນ ຫວຽດນາມ - ບືນຕົວອອກສູ່ໂລກ”

ນີ້ແມ່ນໂຄງການຈຸດສຸມ ນອນໃນບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນເຫດການ ຫວຽດນາມ ເປັນປະທານ ອາຊຽນ ໃນປີ 2020 ແນໃສ່ຈຸດປະສົງ ສົ່ງເສີມພວກນ້ອງນ້ອຍຊອກຮູ້ ແລະ ຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກ ຂອງບ້ານເກີດເມືອງນອນ, ບັນດາປະເທດ ອາຊຽນ ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈຂອງຊາດ ແລະ ເສີມຂະຫຍາຍຕິດໃຈປະດິດຄິດສ້າງ ເຊື່ອໝັ້ນຕົນເອງເມື່ອເຊື່ອມໂຍງກັບສາກົນ ພ້ອມທັງໂຄສະນາບົດບາດຄວາມຮັບຜິດຂອງເຍົາວະຊົນ ໃນການສ້າງປະຊາຄົມ ອາຊຽນ ສາມັກຄີ  ແບ່ງປັນ ພັດທະນາ ແລະ ວັດທະນາຖາວອນ.

 ພາຍຫຼັງທີ່ໄດ້ຜັນຂະຫຍາຍມາເປັນເວລາ 6 ເດືອນ, ທີ່ລາຍການສະຫຼຸບ ແລະ ມອບລາງວັນ, ເຍົາວະຊົນ 57 ຄົນ ເປັນຕົວແທນໃຫ້ແກ່ 22 ກອງເຍົາວະຊົນ ທີ່ມາຈາກ 16 ແຂວງ, ນະຄອນ ໄດ້ເຂົ້າຮ່ວມການເຄື່ອນໄຫວຊອກຮູ້ ແລະ ແລກປ່ຽນກັບບັນດານັກສິລະປະການ ຢູ່ສູນວັດທະນະທຳພື້ນເມືອງພາບ ດົງໂຮ່, ງານວາງສະແດງ “ສີສັນອາຊຽນ”, ການພົບປະແລກປ່ຽນ ສະແດງສິລະປະ, ການແຂ່ງຂັນບັນລະຍາຍ, ແນະນຳວັດທະນະທຳອາຫານການກິນປະຫວັດສາດ ການທ່ອງທ່ຽວ... ຂອງ 10 ປະເທດ ອາຊຽນ.

ຄະນະຈັດຕັ້ງໄດ້ມອບສອງລາງວັນທີໜຶ່ງ, 7 ລາງວັນທີສອງ ແລະ 14 ລາງວັນທີສາມ ໃຫ້ແກ່ບັນດາກອງເຍົາວະຊົນເຂົ້າຮ່ວມການແຂ່ງຂັນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top