• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີວາງສິລະລຶກກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດ ແຂວງ ອຸດົມໄຊ ໄລຍະ I

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຫງວຽນບ໋າຮູ່ງ, ເນັ້ນໜັກວ່າ: ໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ແຂວງ ອຸດົມໄຊ ແມ່ນກິດຈະກຳທີ່ມີຄວາມໝາຍ, ທັງສະແດງການຮັກສາຈຸດຄວາມງາມດ້ານວັດທະນະທຳຂອງຊາວ ຫວຽດນາມ ຢູ່ເຂດດິນແດນຂອງ ລາວ.
ພິທີວາງສິລະລຶກຈັດຂຶ້ນຢູ່ ອຸດົມໄຊ

ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ແຂວງ ອຸດົມໄຊ, ທາງພາກເໜືອຂອງລາວ, ສະມາຄົມຊາວ ຫວຽດນາມ ຢູ່ແຂວງ ອຸດົມໄຊ ໄດ້ຈັດພິທີວາງສິລະລຶກກໍ່ສ້າງກິດຈະກຳຫໍພັກໃຫ້ແກ່ຄູສອນ ແລະ ນັກຮຽນ ຂຶ້ນກັບໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດ ແຂວງ ອຸດົມໄຊ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຫງວຽນບ໋າຮູ່ງ, ເນັ້ນໜັກວ່າ: ໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ແຂວງ ອຸດົມໄຊ ແມ່ນກິດຈະກຳທີ່ມີຄວາມໝາຍ, ທັງສະແດງການຮັກສາຈຸດຄວາມງາມດ້ານວັດທະນະທຳຂອງຊາວ ຫວຽດນາມ ຢູ່ເຂດດິນແດນຂອງ ລາວ, ທັງປະກອບສ່ວນຖ່າຍທອດຄວາມຮູ້ດ້ານວັດທະນະທຳ, ດ້ານພາສາ ຫວຽດ ໃຫ້ແກ່ລູກຫຼານຊາວ ຫວຽດນາມ ໃນບໍລິເວນແຂວງ, ກໍ່ຄືຊາວ ລາວ ທີ່ຕ້ອງການຮຽນພາສາ ຫວຽດ, ພ້ອມທັງສະແດງນ້ຳໃຈມິດຕະພາບແບບພິເສດ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ຫວຽດນາມ - ລາວ.        

ສ່ວນຝ່າຍລາວ, ທ່ານ ບຸນຄົງ ຫຼ້າຈຽມພອນ, ເລຂາຄະນະພັກແຂວງ, ເຈົ້າແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ແຂວງ ອຸດົມໄຊ ແມ່ນສັນຍາລັກແຫ່ງການຮ່ວມມືລະຫວ່າງແຂວງ ອຸດົມໄຊ ກັບ ຫວຽດນາມ ເວົ້າລວມ ແລະ ກັບສະມາຄົມຊາວ ຫວຽດນາມ ຢູ່ແຂວງເວົ້າສະເພາະ. ເມື່ອນຳເຂົ້າເຄື່ອນໄຫວ, ໂຮງຮຽນບໍ່ພຽງແຕ່ແມ່ນບ່ອນບຳລຸງສ້າງໃຫ້ລູກຫຼານຊາວ ຫວຽດນາມ ແລະ ຊາວ ລາວ ຢູ່ແຂວງເທົ່ານັ້ນ, ຫາກຍັງແມ່ນບ່ອນເພື່ອໃຫ້ປະຊາຊົນທ້ອງຖິ່ນຢູ່ພາກເໜືອຂອງ ລາວ ມີຄວາມຕ້ອງການຮຽນພາສາ ຫວຽດ ຫຼື ກຽມພາສາເພື່ອໄປຮຽນຢູ່ ຫວຽດນາມ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ຢ່າງ​ເປັນາ​ທງ​ການ.

Top