• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີມອບລາງວັນ ແລະ ການສະແດງລາງວັນ “ເຕັກໂນໂລຊີຈາກຫົວໃຈ”

ຕອນເຊົ້າວັນທີ 5 ມິຖຸນາ 2024, ຢູ່ສູນສຳນັກຂ່າວສານ ແຫ່ງຊາດ (ຮ່າໂນ້ຍ), ສຳນັກຂ່າວສານ ຫວຽດນາມ ໄດ້ສົມທົບກັບກຸ່ມອຸດສາຫະກຳ ແລະ ໂທລະຄົມ ມະນາຄົມກອງທັບ (Viettel) ໄດ້ຈັດຕັ້ງພິທີມອບລາງວັນ ແລະ ວາງສະແດງລາງວັນ “ເຕັກໂນໂລຊີຈາກຫົວໃຈ”.
ບັນດາຜູ້ແທນໄດ້ຕັດແຖບຜ້າເປີດງານວາງສະແດງຮູບພາບດ້ວຍຫົວຂໍ້ “ເຕັກໂນໂລຊີຈາກຫົວໃຈ”.

ພິທີມອບລາງວັນຮູບພາບ ແລະ ວີດີໂອ ດ້ວຍຫົວຂໍ້ເຕັກໂນໂລຊີຈາກຫົວໃຈ - Technology with heart” ໄດ້ຈັດຕັ້ງເປັນຄັ້ງທຳອິດໂດຍສຳນັກຂ່າວສານ ຫວຽດນາມ (VNA) ສົມທົບກັບກຸ່ມອຸດສາຫະກຳ ແລະ ໂທລະຄົມ ມະນາຄົມກອງທັບ (Viettel) ເຜີຍແຜ່ຮູບພາບທີ່ ສວຍງາມ, ມີຄວາມໝາຍ, ຂໍ້ຄວາມກ່ຽວກັບຄຸນຄ່າຂອງມະນຸດທີ່ເຕັກໂນໂລຊີນໍາມາໃຫ້ແກ່ຊີວິດໃຫ້ກຽດແກ່ຊຸມຊົນວິທະຍາສາດ ແລະ ເຕັກໂນໂລຊີ ທຸກໄວ ແລະ ອາຊີບ; ຫັນໄປສູ່ການສ້າງສັງຄົມ ດີຈີຕອນທີ່ປະຊາຊົນສາມາດມີຄວາມສຸກກັບຜົນສໍາເລັດ ຂອງ ເຕັກໂນໂລຊີທີ່ທັນສະໄໝ ແລະ ປອດໄພໃນພື້ນທີ່ ດີຈີຕອນ.

ທ່ານນາງຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ ຫວູຫວຽດຈາງ ແລະ ປະທານສະມາຄົມນັກຂ່າວຫວຽດນາມ ເລກວກມິງ ໄດ້ມອບລາງວັນທີ 1 ໃຫ້ນັກປະພັນທີ່ໄດ້ຮັບໄຊຊະນະ.

ພາຍຫຼັງກວ່າ 3 ເດືອນຂອງການເປີດຕົວ (ແຕ່ວັນທີ 25 ມັງກອນ 2024 ຫາວັນທີ 30 ເມສາ 2024), ລາງວັນ ເຕັກໂນໂລຊີຈາກຫົວໃຈ - Technology with heart”ໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ ດ້ວຍ ຮູບຖ່າຍເກືອບ 1.700 ແຜ່ນ ແລະ ວີດີໂອ 87 ຜົນງານ, ໃນນັ້ນມີ ພາບດຽວ 614 ແຜ່ນ, ປະມວນຮູບພາບ 144 ຊຸດ (ແຕ່ລະຊຸດມີຮູບພາບສະເລ່ຍ 5-8 ແຜ່ນ).

ຄະນະຈັດຕັ້ງໄດ້ມອບລາງວັນທີ 2 ໃຫ້ນັກປະພັນທີ່ໄດ້ຮັບລາງວັນ.

ຄະນະຈັດຕັ້ງໄດ້ມອບລາງວັນທີ 3 ໃຫ້ນັກປະພັນທີ່ໄດ້ຮັບລາງວັນ.

ຄະນະຈັດຕັ້ງໄດ້ມອບລາງວັນຊົມເຊີຍໃຫ້ນັກປະພັນທີ່ໄດ້ຮັບລາງວັນ.

ບັນດາຜູ້ແທນໄປຢ້ຽມຢາມງານວາງສະແດງຮູບພາບ.

ບັນດາຜົນງານດີເດັ່ນທີ່ເຂົ້າຮ່ວມການມອບລາງວັນ “ເຕັກໂນໂລຊີຈາກຫົວໃຈ” ໄດ້ຖືກນຳສະເໜີໃນພິທີມອບລາງວັນ.
ພາຍຫຼັງ​ການ​ຕັດສິນ​ຫຼາຍ​ຮອບ, ບັນດາ​ເຈົ້າ​ຂອງ​ລາງວັນ​ຮູບ​ພາບ ​ແລະ ວິີດີ​ໂອ​ ກ່ຽວ​ກັບ​ຫົວ​ຂໍ້​ເຕັກ​ໂນ​ໂລ​ຊີ​ ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ຄະນະ​ກຳມະການ​. ອີງ​ຕາມ​ການ​ສະ​ເໜີ​ຊື່​ຂອງ​ຄະ​ນະ​ກຳມະການ, ຈະມີ 32 ຜົນງານການປະດິດແຕ່ງ​ທີ່​ໄດ້​ຮັບ​ລາງວັນ ແລະ 29 ຜົນງານການປະດິດແຕ່ງ​ ຈະໄດ້ນຳມາ​ວາງ​ສະ​ແດງ​ໃນ​ພິ​ທີ​ມອບ​ລາງວັນ. ມວນ​ຊົນ​ສາມາດ​ເຂົ້າ​ຊົມ​ໂດຍ​ກົງ ​ແລະ ຊົມ​ເຊີຍ​ບັນດາ​ຜົນງານ ການປະດິດແຕ່ງ​ທີ່​ໄດ້​ຮັບ​ລາງວັນ ​ແລະ ບັນດາ​ຜົນງານ ການປະດິດແຕ່ງ​ທີ່​ໄດ້​ວາງສະ​ແດງ​ຢູ່​ສູນສຳນັກ​ຂ່າວສານ​ແຫ່ງ​ຊາດ, ເລກ​ທີ 5 ຖະໜົນ ຫຼີເທື່ອງກຽດ, ຮ່າ​ໂນ້ຍ ​ແຕ່​ວັນ​ທີ 5 ມິຖຸນາ ຫາ​ວັນ​ທີ 11 ມິຖຸນາ 2024 ​ແລະ ​ເຂົ້າ​ຊົມ​ທາງ​ອອນ​ລາຍ​ຜ່ານເວັບໄຊ https://trienlam.congnghetutraitim.com/

ປະຕິບັດໂດຍ: ກົງດາດ/VNP

ໄຂ​ງານ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ ໂຮ່​ຈີ​ມິ​ນ ໃນ​ສິ​ລະ​ປະປະ​ຕິ​ມາ​ກຳ

ໄຂ​ງານ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ “ໂຮ່​ຈີ​ມິ​ນ ໃນ​ສິ​ລະ​ປະປະ​ຕິ​ມາ​ກຳ”

ຈິດຕະກອນ ເຈິນຢຸຍຈຸກ ຜູ້ມີຜົນງານ “ດ້ຽນບຽນຝູ ໜ້າປະຫວັດສາດຄຳອັນສົດໃສຂອງຊາດ” ໄດ້ວາງສະແດງຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ຄັ້ງນີ້.

Top