• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີປະດັບຫຼຽນກາສະພາແຫ່ງຊາດໃຫ້ບັນດາສະມາຊິກສະພາແຫ່ງຊາດ

      ນີ້ແມ່ນໂອກາດເພື່ອເຊີດຊູ, ຮັບຮອງ, ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ, ມີປະສິດທິຜົນຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ມີຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດໃນອາຍຸການຜ່ານມາ
ພິທີປະດັບຫຼຽນກາສະພາແຫ່ງຊາດໃຫ້ບັນດາສະມາຊິກສະພາແຫ່ງຊາດ
(ພາບ: TTXVN)
      ຕອນບ່າຍວັນທີ 29 ມີນາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດພິທີປະດັບຫຼຽນກາສະພາແຫ່ງຊາດໃຫ້ບັນດາສະມາຊິກສະພາແຫ່ງຊາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດຊຸດທີ 14 ຈຳນວນ 472 ສະຫາຍ. ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ: ນີ້ແມ່ນໂອກາດເພື່ອເຊີດຊູ, ຮັບຮອງ, ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ, ມີປະສິດທິຜົນຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ມີຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດໃນອາຍຸການຜ່ານມາ, ກໍ່ຄືໃນບັນດາອາຍຸການກ່ອນນີ້. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຢືນຢັນວ່າ:
        “ເລື່ອງປະດັບຫຼຽນກາສຳລັບການເຄື່ອນໄຫວຂອງສະພາແຫ່ງຊາດ ແມ່ນລາງວັນອັນສູງສົ່ງໄດ້ເປັນການສະແດງໃຫ້ເຫັນການເຊີດຊູ, ຕອບບຸນແທນຄຸນຂອງສະພາແຫ່ງຊາດ, ຂອງຄະນະປະຈຳສະພາແຫ່ງຊາດ ທີ່ມີຕໍ່ບັນດາສະຫາຍສະມາຊິກສະພາແຫ່ງຊາດ. ບັນດາຜູ້ທີ່ຍາມໃດກໍ່ສະແດງໃຫ້ເຫັນຄຸນນະທາດ, ພູມປັນຍາ, ບົດບາດ, ໜ້າທີ່ຄວາມຮັບຜິດຊອບຢ່າງສຸດຈິດສຸດໃຈ, ເປັນແບບຢ່າງເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ສະໜິດຕິດພັນກັບປະຊາຊົນ ແລະ ສ້າງຂີດໝາຍຢ່າງເລິກເຊິ່ງ, ສົມເປັນບັນດາຜູ້ຕາງໜ້າໂດຍປະຊາຊົນເລືອກຕັ້ງ. ໂດຍຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຂ້າພະເຈົ້າປາດຖະໜາວ່າ ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ບັນດາສະມາຊິກສະພາແຫ່ງຊາດ ກໍ່ຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ຄວາມສາມັກຄີຂອງສະພາແຫ່ງຊາດ, ຂອງຊາດ ເພື່ອປະກອບສ່ວນພູມປັນຍາ, ອຸທິດເຫື່ອແຮງຂອງຕົນເພື່ອຮັບໃຊ້ປະເທດຊາດ”.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top