• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີປະກາດຜະລິດຕະພັນການແປນິພົນ ໂຮ່ຈີມິນ ຄົບຊຸດເຫຼັ້ມທີ 5 – 7 – 8 ຈາກພາສາ ຫວຽດ ເປັນ ພາສາ ລາວ

      ວັນທີ 15 ມັງກອນ, ທີ່ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ລາວ, ຢູ່ນະຄອນຫລວງ ວຽງຈັນ, ລາວ ໄດ້ດຳເນີນພິທີປະກາດຜະລິດຕະພັນການແປນິພົນ ໂຮ່ຈີມິນ ຄົບຊຸດເຫຼັ້ມທີ 5, 7, 8 ຈາກພາສາ ຫວຽດ ເປັນພາສາ ລາວ ຢ່າງເປັນທາງການ.


ພິທີປະກາດຜະລິດຕະພັນການແປນິພົນ ໂຮ່ຈີມິນ ຄົບຊຸດເຫຼັ້ມທີ 5 – 7 – 8 ຈາກພາສາ ຫວຽດ ເປັນ ພາສາ ລາວ
      ໂຄງການ “ແປຜະລິດຕະພັນນິພົນ ໂຮ່ຈີມິນ ຄົບຊຸດຈາກພາສາ ຫວຽດ ເປັນພາສາ ລາວ” ເຊິ່ງພັກ ແລະ ລັດຖະບານ 2 ປະເທດ ຫວຽດນາມ - ລາວ ຕົກລົງປະຕິບັດໂດຍອີງໃສ່ສົນທິສັນຍາການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກລະຫວ່າງລັດຖະບານ ລາວ - ຫວຽດນາມ ປີ 2014. ໂຄງການໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ລາວ ສົມທົບກັນປະຕິບັດ.
        ຜະລິດຕະພັນນິພົນ ໂຮ່ຈີມິນ ຄົບຊຸດ ແມ່ນຊຸດປື້ມທີ່ໂດດເດັ່ນ, ສ່ອງແສງເຖິງຄວາມປິຊາສາມາດ, ພູມປັນຍາຂອງປະທານ ໂຮ່ຈີມິນ, ເຊິ່ງສະແດງໃຫ້ເຫັນຄວາມຮັບຮູ້ອັນເລິກເຊິ່ງຂອງຜູ້ນຳຍິ່ງໃຫຍ່ ຫງວຽນອ໊າຍກວກ - ໂຮ່ຈີມິນ ໃນການໄປຊອກຫາເສັ້ນທາງກູ້ຊາດ, ສ້າງແນວທາງຍຸດທະສາດ, ລັດຖະນະໂຍບາຍຍຸດທະສາດຂອງການປະຕິວັດ ຫວຽດນາມ ເພື່ອຈັດຕັ້ງ, ນຳພາການປະຕິວັດ ຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top