• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຢ່າງເປັນທາງການ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໄດ້ໄປຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 28 – 29 ມິຖຸນາ.
ຕອນເຊົ້າວັນທີ 28 ມິຖຸນາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຊີນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກວດແຖວກອງກິຕິຍົດກອງທັບປະຊາຊົນຫວຽດນາມ.
ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢູ່ຫ້ອງວ່າການສູນກາງພັກ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມປິຕິຊົມຊື່ນເມື່ອທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດພ້ອມກັບຄະນະຜູ້ແທນຂັ້ນສູງລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທີ່ການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ສາຍພົວພັນສະໜິດແໜ້ນລະຫວ່າງລາວ ແລະ ຫວຽດນາມ ຜ່ານຫຼາຍລຸ້ນຄົນ, ສະແດງຄວາມປິຕິຊົມຊື່ນເມື່ອທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເປັນປະມຸກລັດທຳອິດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ກໍ່ແມ່ນປະເທດທຳອິດເຊິ່ງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄປຢ້ຽມຢາມພາຍຫຼັງຮັບດຳລົງຕຳແໜ່ງໃໝ່.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຫວັງວ່າ, ການພົວພັນສະໜິດແໜ້ນລະຫວ່າງຫວຽດນາມ ແລະ ລາວ ຈະສືບຕໍ່ໄດ້ຮັບການພັດທະນາໃນທຸກດ້ານ.
ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເປັນພິທີສັກຂີພິຍານພິທີລົງນາມໃນບັນດາເອກະສານລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ ແລະ ກຸ່ມບໍລິສັດໃຫຍ່ຂອງຫວຽດນາມ ແລະ ລາວ.


ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຫ້ອງວ່າການລັດຖະບານ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ  ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.
ໃນຂົງເຂດຮ່ວມມືເສດຖະກິດ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 3 ນັກລົງທຶນໃຫຍ່ທີ່ສຸດຢູ່ລາວ. ໃນໄລຍະ 5 ເດືອນຕົ້ນປີ 2021, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດກໍ່ຕາມ, ແຕ່ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ ລາວ ຍັງບັນລຸກວ່າ 570 ລ້ານ USD, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.ຫວຽດນາມ ກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ ລາວ ນຳໃຊ້ທ່າກ່ຳປັນ ວູ້ງອາງ 1,2,3, ຊ່ວຍໃຫ້ລາວ ມີຄວາມສະດວກໃນການຂົນສົ່ງ, ການສົ່ງອອກນຳເຂົ້າສິນຄ້າຜ່ານທາງທະເລ.


ການຮ່ວມມືດ້ານການສຶກສາ, ບຳລຸງສ້າງສືບຕໍ່ແມ່ນຂົງເຂດເຊິ່ງ 2 ປະເທດໃຫ້ບຸລິມະສິດ, ຖືເປັນສຳຄັນ. ປີ 2021, ຫວຽດນາມ ສະຫງວນທຶນສຶກສາໃຫ້ແກ່ນັກຮຽນ, ນັກສຶກສາລາວ ຈຳນວນ 1.220 ທຶນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການຮ່ວມມືລະຫວ່າງ 6 ປະເທດ.

Top