• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຕ້ອນຮັບສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຢູ່ນະຄອນຫຼວງ ວຽງຈັນ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ  ສະຫາຍ ເລຂາທິການໃຫຍ່,
ປະທານປະເທດ ຫງວຽນຝູ໋ຈ້ອງ ກວດແຖວກອງກຽດຕິຍົດກອງທັບປະຊາຊົນລາວ
ໃນພິທີຕ້ອນຮັບ. (ພາບ: ຈີ້ຢຸງ/VNA)


ຕາມຜູ້ສື່ຂ່າວຈາກ ສຳນັກຂ່າວສານຫວຽດນາມ, ໃນຕອນເຊົ້າວັນທີ 24 ກຸມພາ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດ ນາມ ໄດ້ເດີນເຖິງ ນະຄອນຫຼວງ ວຽງຈັນ ເລ່ີມຕົ້ນການຢ້ຽມ ຢາມ ມິດຕະພາບ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມຄຳເຊີນ ຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ  ແຫ່ງສປປ ລາວ.

ພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ  ຫງວຽນຝູ໋ຈ້ອງ ຢ່າງເປັນທາງການ ໄດ້ຮັບການຈັດຂຶ້ນຢ່າງສົມກຽດທີ່ສຳນັກງານປະທານປະເທດດ້ວຍບັນດາພິທີສູງສຸດ ທີ່ສະຫງວນ ໃຫ້ແກ່ ປະມຸກລັດ.
ໃນເວລາ 9 ໂມງ, ຂະບວນລົດ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ພ້ອມຄະນະ ໄດ້ກ້າວ ເຂົ້າສູ່ສະນັກງານປະທານປະເທດ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະ ຈິດ  ໄດ້ໄປເຖິງປະຕູລົດ ຕ້ອນຮັບ ແລະ ເຊີນ ສະຫາຍ ເລຂາ ທິ ການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ກ້າວຂຶ້ນແທ່ນ ກຽດຕິຍົດ. ຄະນະດຸລິຍາງກອງທັບປະຊາຊົນລາວ ໄດ້ບັນເລງ ເພງເປັນສັນຍາລັກ ຂອງ ຫວຽດນາມ ແລະ ລາວ. ສະ ຫາຍ ເລຂາທິການ ໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ  ໄດ້ເຊີນສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນ ຝູ໋ຈ້ອງ ກວດແຖວກອງກຽດຕິຍົດ ແລະ ແນະນຳ ບັນດາເຈົ້າ ໜ້າທີ່ຂັ້ນສູງ ຂອງສອງຝ່າຍທີ່ມີໜ້າ ທີ່ພິທີຕ້ອນຮັບ.

ການຢ້ຽມຢາມມິດຕະພາບ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເປັນການຢ້ຽມຢາມ ຄັ້ງທຳອິດ ໃນຖານະໃໝ່; ນຳມານ້ຳໃນສາມັກຄີ, ຄວາມໄມຕີຈິດມິດຕະພາບ, ສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ ຂອງ ປະຊາຊົນ ຫວຽດນາມ; ຢືນຢັນຄວາມສະໜັບສະໜູນຢ່າງຮອບດ້ານ ຂອງ ພັກ, ລັດ, ປະຊາຊົນ ຫວຽດນາມ ທີ່ມີຕໍ່ ຂະບວນການປ່ຽນແປງໃໝ່ ກໍຄືການປົກປັກຮັກສາ ແລະ ສ້າງສາປະເທດລາວ.

ການຢ້ຽມຢາມ ໄດ້ດຳເນີນໄປໃນສະພາບແວດລ້ອມ ສອງປະເທດ ກຳລັງມານະພະຍາຍາມ ປະຕິບັດຢ່າງມີໄຊ ມະຕິກອງປະຊຸມທົ່ວປະເທດ ຂອງ ແຕ່ລະພັກ, ການຢ້ຽມຢາມແນໃສ່ຍົກສູງຍິ່ງຂຶ້ນ ປະສິດທິຜົນ ການຮ່ວມມື ຂອງ ສອງປະເທດ ໃນທຸກຂົງເຂດ, ເພື່ອການພັດທະນາ ຂອງ ຫວຽດນາມ ແລະ ລາວ, ຕອບສະໜອງ ຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດ ຂອງ ປະຊາຊົນ ສອງປະເທດ.

ພາຍຫຼັງພິທີຕ້ອນຮັບ, ສະຫາຍ ເລຂາທິການໃຫຍ່, ປະທານ ປະເທດ ບຸນຍັງ ວໍລະຈິດ   ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ດຳເນີນ ການພົບປະເຈ ລະຈາ ທີ່ສຳນັກງານປະທານປະເທດ.
 

ໂດຍ: VNA/VNP

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top