• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ

ຕາມນັກຂ່າວສຳນັກຂ່່າວສານ ຫວຽດນາມ, ຕອນບ່າຍວັນທີ 31 ຕຸລາ 2022, ພິທີຕ້ອນຮັບຢ່າງເປັນທາງການທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ ຫໍສະພາປະຊາຊົນໃນນະຄອນຫຼວງ ປັກກິ່ງ ອີງຕາມການພິທີສູງສຸດສະຫງວນສໍາລັບປະມຸກລັດ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສີຈິ້ນຜິງ ໄດ້ເປັນປະທານໃນພິທີຕ້ອນຮັບ.

ຕາມນັກ​ຂ່າວສຳນັກຂ່່າວສານ ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 31ຕຸລາ 2022, ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ​ທ່ານ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ກອມ​ມູນິດ ​ຫວຽດນາມ ຫງວຽນ​ຝູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ ຫໍ​ສະພາ​ປະຊາຊົນໃນ​ນະ​ຄອນ​ຫຼວງ ​ປັກ​ກິ່ງ ​ອີງ​ຕາມ​ການ​ພິ​ທີ​ສູງ​ສຸດ​ສະ​ຫງວນ​ສໍາ​ລັບ​ປະ​ມຸກ​ລັດ​. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຈີນ, ປະທານ​ປະ​ເທດ ​ສີຈິ້ນຜິງ ​ໄດ້​ເປັນ​ປະທານ​ໃນ​ພິທີ​ຕ້ອນຮັບ.

 

ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ເທິງເວທີໄດ້ຮັບຟັງເພງຊາດຂອງສອງປະເທດ. ພາບ: ຈີ໋ຢຸງ/VNA

ຂະ​ບວນລົດ​ທີ່​ນຳ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ​ເຂົ້າ​ສູ່​ຫໍ​ສະພາ​ປະຊາຊົນ, ​ໄດ້​ຍິງ​ປືນ​ໃຫຍ່ 21 ລູກສະແດງການຕ້ອນຮັບ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີຈິ້ນຜິງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ. ຜູ້ນຳທັງສອງຖ່າຍຮູບຮ່ວມກັນ. 2 ຝ່າຍ​ໄດ້​ແນະນຳ​ບັນດາ​ເຈົ້າ​ໜ້າ​ທີ່​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ໄດ້​ເຊື້ອ​ເຊີນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ໋​ຈ້ອງ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ. ດົນຕີ​ການ​ທະຫານ​ຮ້ອງ​ເພງ​ຊາດ​ຫວຽດນາມ ​ແລະ ຈີນ. ຕໍ່​ໄປ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ​ໄດ້​ກວດກາ​ກອງ​ກຽດຕິຍົດ​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ ຈີນ. ກອງກຽດຕິຍົດໄດ້ຍ່າງຜ່ານເວທີ.

ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຈີນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຂັ້ນ​ສູງ.

ປະຕິບັດ: VNA/VNP

 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top