ພິທີຊັກທຸງ ໄດ້ຈັດຂຶ້ນເພື່ອສະແດງໃຫ້ເຫັນການ ມີໜ້າ ຂອງບັນດາປະເທດ, ຍິນດີຕ້ອນຮັບບັນດາຄະນະນັກກິລາ ທີ່ເຂົ້າຮ່ວມ SEA Games 31 ແລະ ຊຸກຍູ້ກຳລັງໃຈຂອງນັກກິລາ. ເຫດການນີ້ ຍັງປະກອບສ່ວນ ສະແດງໃຫ້ເຫັນ ສີສັນວັດທະນະທຳ ແລະ ຜູ້ຄົນ ຫວຽດນາມ, ເປັນການສ້າງຄວາມຊົງຈຳໃຫ້ແກ່ບັນດານັກກິລາ ທີ່ເຂົ້າຮ່ວມງານມະຫາກຳກິລາ.
ໃນພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວາງດ້າວເກືອງ ຕາງໜ້າຄະນະຈັດຕັ້ງງານ ມະຫາກຳກິລາ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 31 ໄດ້ສົ່ງຄຳອວຍພອນ ເຖິງການນຳ, ພະນັກງານ ແລະ ຄະນະນັກກິລາ ຈາກບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມ. ທ່ານຮອງລັດຖະມົນຕີ ຮວ່າງດ້າວເກືອງ ກ່າວວ່າ ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ໄດ້ຮັບກຽດ ເປັນປະເທດເຈົ້າພາບ SEA Games, ນີ້ທັງແມ່ນສິດຜົນປະໂຫຍດ, ທັງແມ່ນພັນທະ ແລະ ຄວາມຮັບຜິດຊອບ ຂອງ ປະເທດເຈົ້າພາບ ຕໍ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ຕາມການຈັດຕັ້ງ ຄະນະກຳມະການຈັດຕັ້ງປະເທດເຈົ້າພາບ ຫວຽດນາມ ຂອງ SEA Games 31, ແຕ່ລະປະເທດໄດ້ແຕ່ງຕັ້ງສະມາຊິກ 31 ຄົນເຂົ້າຮ່ວມພິທີຊັກທຸງ. ນອກນີ້, ຄະນະຈັດຕັ້ງຍັງຈະໄດ້ເຊື້ອເຊີນຜູ້ຕາງໜ້າຂອງສະຖານທູດ ໄທ, ມາເລເຊຍ, ສິງ ກະໂປ, ອິນໂດເນເຊຍ, ຟີລິບປິນ, ລາວ, ກຳປູເຈຍ, ຕີມໍເລສະເຕ, ບຣູໄນ, ມຽນມາ ເຂົ້າຮ່ວມ. ພິທີຊັກທຸງ SEA Games 31 ໄດ້ຈັດຂຶ້ນຢ່າງສົມກຽດ, ເຂ່ັງຂຶມ, ທ່າມກາງບັນຍາກາດສະໜິດສະໜົມ, ຄວາມສາມັກຄີ ຂອງ ບັນດາປະເທດໃນພາກພື້ນອາຊຽນ.