ຂ່າວສານ

ພິທີຊັກທຸງ SEA Games 31 ຈັດຂຶ້ນຢ່າງສົມກຽດ

ເຊົ້າວັນທີ 11 ພຶດສະພາ, ຢູ່ສະໜາມກິລາແຫ່ງຊາດ ມີ໊ດິ່ງ, ຮ່າໂນ້ຍ, ພິທີຊັກທຸງ SEA Games 31 (ງານມະຫາກຳກິລາ ຊີເກມ ຄັ້ງທີ 31) ໄດ້ຮັບການດຳເນີນໄປຢ່າງສົມກຽດໂດຍການເຂົ້າຮ່ວມ ຂອງ ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນຕີ ກະຊວງ ວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວ; ທ່ານ ຈື໊ຊວນຢຸ໊ງ ຮອງປະທານຄະນະກຳມະການ ປະຊາຊົນນະຄອນ ຮ່າໂນ້ຍ; ການນຳບັນດາຂະແໜງການ ທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າ ຄະນະນັກກິລາ ບັນດາ ປະເທດ ເຂົ້າຮ່ວມ SEA Games 31.

ພິທີຊັກ​ທຸງ ​ ໄດ້​ຈັດ​ຂຶ້ນ​ເພື່ອ​ສະ​ແດງ​ໃຫ້​ເຫັນການ ມີໜ້າ ຂອງ​ບັນດາ​ປະ​ເທດ, ຍິນດີຕ້ອນຮັບ​ບັນດາຄະນະນັກ​ກິລາ​ ທີ່ເຂົ້າ​ຮ່ວມ SEA Games 31  ​ແລະ ຊຸກຍູ້​ກຳລັງ​ໃຈ​ຂອງນັກ​ກິລາ. ​ເຫດການ​ນີ້ ​ຍັງ​ປະກອບສ່ວນ​ ສະ​ແດງ​ໃຫ້​ເຫັນ ສີສັນວັດທະນະທຳ ​ແລະ ຜູ້ຄົນ ​ຫວຽດນາມ, ​ເປັນ​ການ​ສ້າງ​ຄວາມ​ຊົງ​ຈຳ​ໃຫ້​ແກ່​ບັນດາ​ນັກ​ກິລາ​ ທີ່​ເຂົ້າ​ຮ່ວມ​ງານມະຫາກຳ​ກິລາ.

ກອງກຳລັງນັກຮົບໃນຊຸດເຄື່ອງແບບ ​ໄດ້​ດຳ​ເນີນ​ພິທີ ນຳ​ທຸງຊາດ​ ຂອງ​ ບັນດາ​ປະ​ເທດ​ເຂົ້າ​ຮ່ວມ ເຖິງບໍລິເວນ ທຳ​ພິທີ​ຊັກ​ທຸງ SEA Games 31.          ພາບ: ແຄ໋ງລອງ/VNP

ຄະນະນັກກິລາແຫ່ງ​ຊາດ​ ມາ​ເລ​ເຊຍ​ ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ ສິນ​ໃຈ​ສູງ ​ໃນ​ພິທີ​ຊັກ​ທຸງ​ SEA Games 31. ພາບ: ແຄ໋ງລອງ/VNP
  
ທ່ານຮອງ​ລັດຖະມົນຕີ​​ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຮວ່າງ​ດ້າວເກືອງ ກ່າວ​ຄຳ​ເຫັນ ​ທີ່​ພິທີ​ຊັກທຸງ SEA Games 31. ພາບ: ແຄ໋ງລອງ/VNP
ພິທີ​ຊັກທຸງ​ ໄດ້​ດຳ​ເນີນ​ໄປ ​ໃນ​ບັນຍາກາດ​ທີ່ເຄັ່ງຂຶມ. ພາບ: ແຄ໋ງລອງ/VNP  
 ພາບບັນຍາກາດ ໃນພິທີຊັກທຸງ SEA Games 31. ພາບ: ແຄ໋ງລອງ/VNP  
  ຄະ​ນະ​ນັກ​ກິ​ລາ​ ຫວຽດ​ນາມ ຕັດສິນ​ໃຈ​ ຕັ້ງເປົ້າບັນ​ລຸ​ຜົນການແຂ່ງ ຂັນ ໃຫ້ສູງ​ທີ່​ SEA Games 31. ພາບ: ແຄ໋ງລອງ/VNP  

ໃນພິທີດັ່ງກ່າວ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຮ່ວາງດ້າວເກືອງ ຕາງໜ້າ​ຄະນະ​ຈັດ​ຕັ້ງ​ງານ ​ມະຫາ​ກຳ​ກິລາ​ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ຄັ້ງ​ທີ 31 ​ໄດ້​ສົ່ງ​ຄຳ​ອວຍພອນ ​ເຖິງ​ການ​ນຳ, ພະນັກງານ ​ແລະ ຄະນະນັກ​ກິລາ ​ຈາກ​ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ເຂົ້າ​ຮ່ວມ. ທ່ານ​ຮອງ​ລັດຖະມົນຕີ ຮວ່າງດ້າວເກືອງ ​ກ່າວວ່າ ນີ້​ແມ່ນ​ຄັ້ງ​ທີ 2 ທີ່ ຫວຽດນາມ ​ໄດ້​ຮັບ​ກຽດ​ ເປັນ​ປະ​ເທດ​ເຈົ້າພາບ SEA Games, ນີ້​​ທັງແມ່ນ​ສິດຜົນປະໂຫຍດ, ທັງ​ແມ່ນ​ພັນທະ ​ແລະ ຄວາມ​ຮັບຜິດຊອບ ​ຂອງ ​ປະ​ເທດ​ເຈົ້າພາບ ​ຕໍ່​ພາກ​ພື້ນ ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຕາມ​ການ​ຈັດ​ຕັ້ງ​ ຄະນະ​ກຳມະການ​ຈັດ​ຕັ້ງປະເທດເຈົ້າພາບ ຫວຽດນາມ ​ຂອງ SEA Games 31, ​ແຕ່​ລະ​ປະ​ເທດ​ໄດ້ແຕ່ງຕັ້ງ​ສະມາຊິກ 31 ຄົນ​ເຂົ້າ​ຮ່ວມ​ພິທີ​ຊັກ​ທຸງ. ນອກ​ນີ້, ຄະນະ​ຈັດ​ຕັ້ງ​ຍັງ​ຈະ​ໄດ້​ເຊື້ອ​ເຊີນ​ຜູ້ຕາງໜ້າ​ຂອງ​ສະຖານທູດ ​ໄທ, ມາ​ເລ​ເຊຍ, ສິງ ກະ​ໂປ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ລາວ, ກຳປູ​ເຈຍ, ຕີ​ມໍ​ເລ​ສະ​ເຕ, ບຣູ​ໄນ, ມຽນມາ​ ເຂົ້າ​ຮ່ວມ. ພິທີຊັກ​ທຸງ SEA Games 31​ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມກຽດ, ​ເຂ່ັງຂຶມ, ​ທ່າມກາງບັນຍາກາດ​ສະໜິດສະໜົມ, ຄວາມ​ສາມັກຄີ​ ຂອງ ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ.


top