• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຊັກທຸງອາຊຽນຢູ່ຮ່າໂນ້ຍເນື່ອງໃນໂອກາດສະເຫຼີມສະຫຼອງ49ປີແຫ່ງວັນສ້າງຕັ້ງອາຊຽນ


ພິທີຊັກທຸງ ອາຊຽນ ຢູ່ ຮ່າໂນ້ຍ
      ເນື່ອງ​ໃນ​ໂອກາດ​ສ​ະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ (8/8/1967 – 8/8/2016) ​ແລະ ສະ​ເຫຼີ​ມສະຫຼອງ 21 ປີ​ແຫ່ງ​ວັນ ຫວຽດນາມ ​ເຂົ້າ​​ເປັນ​ສະມາຊິກ ອາ​ຊຽນ (28/7/1995 – 28/7/2016), ຕອນ​ເຊົ້າ​ວັນ​ທີ 8/8, ຢູ່​ຮ່າ​ໂນ​້ຍ, ກະຊວງ​ກາ​ນຕ່າງປະ​ເທດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຊັກ​ທຸງ ອາ​ຊຽນ 2016. ​ເຂົ້າ​ຮ່ວມ​ພິທີ​ຊັກ​ທຸງ ອາ​ຊຽນ ມີ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ນະຄອນ ຮ່າ​ໂນ້ຍ ​ແລະ ຫົວໜ້າ​ຄະນະທູຕານຸທູດ, ບັນດາ​ເອກ​ອັກຄະ​ລັດຖະທູດ, ອຸປະ​ທູດ, ຜູ້ຕາງໜ້າ​ສະຖານທູດ ບັນດາ​ປະ​ເທດ ​ອາ​ຊຽນ ປະຈຳ ຮ່າ​ໂນ້ຍ. ພິທີ​ຊັກ​ທຸງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ ອາ​ຊຽນ ​ໄດ້​ກາຍ​ເປັນ​ທຳນຽມປະຈຳ​ປີ​ທີ່​ເປັນ​ໜ້າ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ທຸກໆ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ຄະນະ​ເລຂາ​ ອາ​ຊຽນ.
      ກ່າວ​ຄຳ​ເຫັນ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​​ແຮ່​ວງນຳ, ຫົວໜ້າ​ຄະນະ​ຜູ້​ຕາງໜ້າ ຫວຽດນາມ ປະຈຳ ອາ​ຊຽນ ​ໄດ້​ຢັ້ງຢືນ​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ສະ​ແດງ​ຄວາມ​ຮັບ​ພິດ​ຊອບ, ການ​ເຂົ້າ​ຮ່ວມ​ຢ່າງຕັ້ງໜ້າ ​ແລະ ມີ​ການ​ປະກອບສ່ວນ​ສຳຄັນ​​​ເຂົ້າໃນ​ການວາງ​​ນະ​ໂຍບາຍ ກໍ່​ຄື​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ຂອງ​ອາ​ຊຽນ. ທ່ານ​ເອກອັກ​ຄະ​ລັດຖະທູດ ຫງວຽນ​ແຮ່​ວງນຳ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເມື່ອ​​ສ້າງ​ຕັ້ງປະຊາ​ຄົມ ອາ​ຊຽນ ​ໃນ​ທ້າຍ​ປີ 2015 ມາ​ຮອດ​ປະຈຸ​ບັນ, ອາ​ຊຽນ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ແຜນການ​ປະຊາ​ຄົມ ອາ​ຊຽນ 2025, ວິວັດ​ການ​ນີ້​​ໄດ້​ສ້າງບັນດາຂີດ​ໝາຍ ຫວຽດນາມ ດ້ວຍ​ບັນດາ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ. ປີ 2016, ​ເປັນ​ປີທຳ​ອິດ​ເຂົ້າ​ສູ່​ການ​ຜັນ​ຂະຫຍາຍ​ວິ​ໄສ​ທັດ ອາ​ຊຽນ 2025 ​ແລະ ພ້ອມ​ກັນ​ນັ້ນ​ແມ່ນ​ບັນດາ​ແຜນການ​ປະຊາ​ຄົມ ​ໃນທັງ 3 ​ເສົ້າ​ຄ້ຳ​ແມ່ນ: ການ​ເມືອງ - ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top