• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາ​ຍຸ​ພັດ​ຖະຫຼົ່ມ ເອີ​ຣົບ, ຫຼາຍ​ປະ​ເທດ​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ

ມີພາຍຸຫຼາຍລູກໃນລະດູໜາວພວມພັດຖະຫຼົ່ມຢ່າງແຮງເຂົ້າພາກເໜືອ ແລະ ກາງກາງ ເອີຣົບ, ລົມພັດແຮງ ບວກກັບຫິມະຕົກໜັກ ເຮັດໃຫ້ລະບົບຄົມມະນາຄົມ, ການດຳເນີນຊີວິດ ແລະ ການບໍລິການສາທາລະນະຢູ່ຫຼາຍປະເທດຖືກຂາດວັກຂາດຕອນຢ່າງຮ້າຍແຮງ.
ພາຍຸ Elli ລະດູໜາວ ເຮັດໃຫ້ເກີດຫິມະຕົກໜັກ ແລະ ລົມພັດແຮງ ຢູ່ Hamburg, ເຢຍລະມັນ ໃນວັນທີ 09/01/2026 (ພາບ: REUTERS/Fabian Bimmer)

ຕາມບັນດາອົງການອຸຕຸນິຍົມແລ້ວ, ພາຍຸ Goretti ໄດ້ພັດຖະຫຼົມເຂົ້າ ອັງກິດ ແລະ ຝລັ່ງ ດ້ວຍລະດັບແຮງລົມຮັບຮູ້ຢູ່ເຂດ Manche, ຝລັ່ງ ແມ່ນ 216 ກິໂລແມັດ ຕໍ່ຊົ່ວໂມງ, ເຊິ່ງເປັນລະດັບຄວາມແຮງທີ່ບໍ່ຄ່ອຍເກີດຂຶ້ນໃນຫຼາຍປີຜ່ານມາ. ລົມແຮງເຮັດໃຫ້ຕົ້ນໄມ້ຫັກ, ເຮືອນເປ່ເພ ແລະ ໄຟຟ້າດັບໃນວົງກວ້າງ.

        ຢູ່ ຝລັ່ງ, ມີປະມານ 380.000 ຄອບຄົວບໍ່ມີໄຟຟ້າໃຊ້. ທ່າກ່ຳປັ່ນຫຼາຍແຫ່ງ ແລະ ເສັ້ນທາງແຄມທະເລ ຈຳເປັນຕ້ອງປິດປະຕູ. ຂະແໜງການບິນກໍຖືກຜົນກະທົບຢ່າງໜັກໜ່ວງ, ສະເພາະເດີ່ນບິນ Heathrow ຂອງ ລອນດອນ ມີຖ້ຽວບິນປະມານ 50 ຖ້ຽວຖືກຍົກເລີກ, ສົ່ງຜົນກະທົບຕໍ່ຜູ້ໂດຍສານນັບພັນຄົນ.

        ນອກຈາກເຂດຕເວັນຕົກເອີຣົບແລ້ວ, ສະພາບດິນຟ້າອາກາດຮ້າຍແຮງດັ່ງກ່າວຍັງໄດ້ສົ່ງຜົນກະທົບເຖິງເຂດຕາເວັນອອກເອີຣົບ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ ເສດ​ຖະ​ກິດສີ​ເງິນ

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.

Top