• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັນລະຍາຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມໂຮງໝໍໝາກຫົວໃຈແຫ່ງຊາດ ມາເລເຊຍ

ທ່ານນາງ ໂງເຟືອງລີ ຕີລາຄາສູງການສົມທົບກັນຂອງໂຮງໝໍໃນການບຳລຸງສ້າງ, ແລກປ່ຽນວິຊາສະເພາະ, ພິເສດແມ່ນບຳລຸງສ້າງທ່ານໝໍໃຫ້ແກ່ ຫວຽດນາມ.
ທ່ານນາງ ໂງເຟືອງລີ ໄປຢ້ຽມຢາມໂຮງໝໍໝາກຫົວໃຈແຫ່ງຊາດ ມາເລເຊຍ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ, ຕອນບ່າຍວັນທີ 22 ພະຈິກ, ທ່ານນາງພັນລະຍາ ໂງເຟືອງລີ, ໄດ້ໄປຢ້ຽມຢາມໂຮງໝໍໝາກຫົວໃຈແຫ່ງຊາດ ມາເລເຊຍ. ຢູ່ທີ່ນີ້, ທ່ານນາງ ໂງເຟືອງລີ ຕີລາຄາສູງການສົມທົບກັນຂອງໂຮງໝໍໃນການບຳລຸງສ້າງ, ແລກປ່ຽນວິຊາສະເພາະ, ພິເສດແມ່ນບຳລຸງສ້າງທ່ານໝໍໃຫ້ແກ່ ຫວຽດນາມ; ທ່ານນາງສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ທ່າແຮງດ້ານວິຊາສະເພາະຂອງແຕ່ລະຝ່າຍ ເພື່ອຍົກສູງປະສິດທິຜົນການປິ່ນປົວ, ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນເປັນຢ່າງດີກວ່າ.

        ເນື່ອງໃນໂອກາດນີ້, ທ່ານນາງພັນລະຍາ ໂງເຟືອງລີ ໄດ້ມອບຂອງຂວັນລະດົມກຳລັງໃຈໃຫ້ແກ່ຄົນເຈັບເປັນເດັກທີ່ພວມປິ່ນປົວຂອງໂຮງໝໍ.

(ແຫຼ່ງຄັດຈາກ VOV)

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ທັງ​ເປົ້າ​ໝາຍການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ບັນ​ລຸ​ສອງ​ຕົວ​ເລກ ແລະ ປ່ອຍ​ອາຍ​ພິດ​ລົງ​ເປັນ 0 ໃນ​ປີ 2050.

Top