• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ພໍ່​ແມ່​​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ

ບັນດາແຂວງເຂດເຕີຍງວຽນ ແລະ ແຂວງແຄມທະເລພາກກາງ ຕ້ອງເອົາໃຈໃສ່ເຖິງບັນຫາວັດທະນະທຳຫຼາຍກວ່າອີກ.
ກອງປະຊຸມສຳມະນາ ຜັນຂະຫຍາຍການປະຕິບັດໂຄງການພັດທະນາເສດຖະກິດ - ສັງຄົມ, ອະນຸລັກຮັກສາເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອຂອງຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ (ພາບ: baotainguyenmoitruong.vn)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ຜັນຂະຫຍາຍການປະຕິບັດໂຄງການພັດທະນາເສດຖະກິດ - ສັງຄົມ, ອະນຸລັກຮັກສາເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອຂອງຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃນບໍລິເວນບັນດາແຂວງເຂດ ເຕີຍງວຽນ ແລະ ແຄມທະເລພາກກາງ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 13 ມັງກອນ ຢູ່ນະຄອນ ບວນມາທວັດ, ແຂວງ ດັກລັກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ສະເໜີໃຫ້ບັນດາຜູ້ແທນ ຈົ່ງສຸມໃສ່ປຶກສາຫາລື, ເປັນເອກະພາບກັນກ່ຽວກັບມາດຕະການແກ້ໄຂ ເພື່ອປະຕິບັດໜ້າທີ່: ສ້າງລະບົບການເມືອງຂັ້ນຮາກຖານໃຫ້ປອດໃສ, ໝັ້ນຄົງ, ເຂັ້ມແຂງ, ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ; ພັດທະນາເສດຖະກິດສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ໃຫ້ມີປະສິດທິຜົນ. ພິເສດ, ບັນດາແຂວງເຂດເຕີຍງວຽນ ແລະ ແຂວງແຄມທະເລພາກກາງ ຕ້ອງເອົາໃຈໃສ່ເຖິງບັນຫາວັດທະນະທຳຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top