• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາແຂວງ ກວາງນິງ ໃຫ້ກາຍເປັນສູນຂະຫຍັນຂັນເຄື່ອນ, ຮອບດ້ານ, ສູນທ່ອງທ່ຽວສາກົນ, ສູນເສດຖະກິດທະເລ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງການພັດທະນາຂອງແຂວງ ກວາງນິງ ໃນຊຸມປີຜ່ານມາ, ທາງແຂວງຍິ່ງຢືນຢັນບົດບາດ, ທີ່ຕັ້ງເປັນຂົ້ວໜຶ່ງຂອງການເຕີບໂຕທາງພາກເໜືອ.
(ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີ)

ຕອນຄ່ຳວັນທີ 28 ສິງຫາ, ຢູ່ນະຄອນ ຮະລອງ, ແຂວງ ກວາງນິງ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງແຂວງ (30 ຕຸລາ 1963 – 30 ຕຸລາ 2023), ດ້ວຍຫົວຂໍ້ “ຄວາມຄາດຫວັງ ສ້າງສາແຂວງ ກວາງນິງ ເປັນແບບຢ່າງ, ຮັ່ງມີ ສວຍງາມ, ສີວິໄລ, ທັນສະໄໝ”. ພິທີສະເຫຼີມສະຫຼອງຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ດ້ວຍການເຂົ້າຮ່ວມຂອງກວ່າ 10.000 ຄົນ.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງການພັດທະນາຂອງແຂວງ ກວາງນິງ ໃນຊຸມປີຜ່ານມາ, ທາງແຂວງຍິ່ງຢືນຢັນບົດບາດ, ທີ່ຕັ້ງເປັນຂົ້ວໜຶ່ງຂອງການເຕີບໂຕທາງພາກເໜືອ. ທ່ານປະທານປະເທດປາດຖະເໜາວ່າ, ແຂວງ ກວາງນິງ ຕ້ອງສືບຕໍ່ພັດທະນາ, ກາຍເປັນສູນທ່ອງທ່ຽວສາກົນ, ສູນເສດຖະກິດທະເລ, ປະຕູຂອງເຂດເສດຖະກິດຈຸດສູມທາງພາກເໜືອ ແລະ ຂອງທົ່ວປະເທດ. ທ່ານປະທານປະເທດ ສະເໜີວ່າ:

“ເສີມຂະຫຍາຍປະຊາທິປະໄຕ, ກຳລັງແຮງຂອງກຸ່ມກ້ອມມະນາສາມັກຄີທົ່ວປວງຊົນທັງຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ເອົາໃຈໃສ່ຍົກສູງຄຸນນະພາບຖັນແຖວພະນັກງານການນຳ, ພະນັກງານຄຸ້ມຄອງ, ພາລະກອນ, ລັດຖະກອນໃນລະບົບການເມືອງ. ເອົາໃຈໃສ່ສ້າງຊົນຊັ້ນກຳມະກອນໃຫ້ໝັ້ນຂົງເຂັ້ມແຂງ, ເປັນກຳລັງນຳໜ້າໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງແຂວງຢ່າງແທ້ຈິງ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top