ຂ່າວສານ

ພັດທະນາແຂວງ ກວາງນິງ ໃຫ້ກາຍເປັນສູນຂະຫຍັນຂັນເຄື່ອນ, ຮອບດ້ານ, ສູນທ່ອງທ່ຽວສາກົນ, ສູນເສດຖະກິດທະເລ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງການພັດທະນາຂອງແຂວງ ກວາງນິງ ໃນຊຸມປີຜ່ານມາ, ທາງແຂວງຍິ່ງຢືນຢັນບົດບາດ, ທີ່ຕັ້ງເປັນຂົ້ວໜຶ່ງຂອງການເຕີບໂຕທາງພາກເໜືອ.
(ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີ)

ຕອນຄ່ຳວັນທີ 28 ສິງຫາ, ຢູ່ນະຄອນ ຮະລອງ, ແຂວງ ກວາງນິງ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງແຂວງ (30 ຕຸລາ 1963 – 30 ຕຸລາ 2023), ດ້ວຍຫົວຂໍ້ “ຄວາມຄາດຫວັງ ສ້າງສາແຂວງ ກວາງນິງ ເປັນແບບຢ່າງ, ຮັ່ງມີ ສວຍງາມ, ສີວິໄລ, ທັນສະໄໝ”. ພິທີສະເຫຼີມສະຫຼອງຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ດ້ວຍການເຂົ້າຮ່ວມຂອງກວ່າ 10.000 ຄົນ.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງການພັດທະນາຂອງແຂວງ ກວາງນິງ ໃນຊຸມປີຜ່ານມາ, ທາງແຂວງຍິ່ງຢືນຢັນບົດບາດ, ທີ່ຕັ້ງເປັນຂົ້ວໜຶ່ງຂອງການເຕີບໂຕທາງພາກເໜືອ. ທ່ານປະທານປະເທດປາດຖະເໜາວ່າ, ແຂວງ ກວາງນິງ ຕ້ອງສືບຕໍ່ພັດທະນາ, ກາຍເປັນສູນທ່ອງທ່ຽວສາກົນ, ສູນເສດຖະກິດທະເລ, ປະຕູຂອງເຂດເສດຖະກິດຈຸດສູມທາງພາກເໜືອ ແລະ ຂອງທົ່ວປະເທດ. ທ່ານປະທານປະເທດ ສະເໜີວ່າ:

ເສີມຂະຫຍາຍປະຊາທິປະໄຕກຳລັແຮງຂອງກຸ່ມກ້ອມມະນາສາມັກຄີທົ່ວປວງຊົນທັງຊາດປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເອົາໃຈໃສ່ຍົກສູງຄຸນນະພາບຖັນແຖວພະນັກງານການນຳພະນັກງານຄຸ້ມຄອງພາລະກອນລັດຖະກອນໃນລະບົບານເມືອງເອົາໃຈໃສ່ສ້າງຊົນຊັ້ນກຳມະກອນໃຫ້ໝັ້ນຂົງເຂັ້ມແຂງເປັນກຳລັງນຳໜ້າໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງແຂວງຢ່າງແທຈິງ”.


top