• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາເສດຖະກິດດີຈີຕອນ - ຮ່ວມມືຊຸກຍູ້ການຫັນເປັນດີຈີຕອນດ້ວຍພື້ນຖານດີຈີຕອນ ຫວຽດນາມ

ການຮ່ວມກຳລັງຫັນເປັນດີຈີຕອນພາຍລັງ 2 ປີເກີດພະຍາດໂຄວິດ - 19 ຈະສ້າງແຫຼ່ງກຳລັງຊຸກຍູ້ການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ໃນໄລຍະຈະມາເຖິງ.
  ເວທີປາໄສຂັ້ນສູງຫັນເປັນດີຈີຕອນ ຫວຽດນາມ - ອາຊີ (ພາບ: TTXVN)  

 ບັນດານັກຊ່ຽວຊານເນັ້ນໜັກເຖິງສິ່ງດັ່ງກ່າວ ຢູ່ “ເວທີປາໄສຂັ້ນສູງຫັນເປັນດີຈີຕອນ ຫວຽດນາມ - ອາຊີ”, ເຫດການໂດຍສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ (VINASA) ຈັດຕັ້ງໃນວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ.

ຕາມຕົວເລກໄດ້ປະກາດຢູ່ເວທີປາໄສ, ປີ 2021 ເສດຖະກິດດີຈີຕອນ ຫວຽດນາມ ບັນລຸມຸນຄ່າປະມານ 21 ຕື້ USD, ປະກອບສ່ວນ 5% ເຂົ້າ GDP (ຍອດຜະລິດຕະພັນພາຍໃນປະເທດ) ຂອງທົ່ວປະເທດ ແລະ ເພີ່ມຂຶ້ນທົບ 7 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2015. ສິ່ງນີ້ສະແດງໃຫ້ເຫັນວ່າ, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ກໍ່ຕາມແຕ່ການເຫັນເປັນດີຈີຕອນໄດ້ນຳມາເຊິ່ງການເຕີບໂຕສູງໃຫ້ແກ່ພື້ນຖານເສດຖະກິດດີຈີຕອນ. ລັດຖະບານ ໄດ້ວາງເປົ້າໝາຍຮອດປີ 2025, ເສດຖະກິດດີຈີຕອນຈະກວມເອົາ 20% GDP. ທີ່ເວທີປາໄສ, ທ່ານ ຫງວຽນວັນຄວາ - ປະທານ VINASA ເນັ້ນໜັ້ກວ່າ:

ເພື່ອພັດທະນາເສດຖະກິດດີຈີຕອນໂດຍໄວ, ພວກເຮົາຄວນມີການຮ່ວມກຳລັງຂອງທົ່ວລະບົບການເມືອງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງ້ຖິ່ນ, ແຕ່ຈະຕ້ອງມີການເຂົ້າຮ່ວມເປັນພິເສດຂອງປະຊາຄົມບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຊອບແວຢູ່ຫວຽດນາມ, ເພື່ອພ້ອມກັນຮ່ວມມືຊຸກຍູ້ການຫັນເປັນດີຈີຕອນ. ຫຼັງຈາກນັ້ນ, ສະມາຊິກເຕັກໂນໂລຢີຂໍ້ມູນຂ່າວສານໝົດທຸກຄົນ ຈະສືບຕໍ່ຍູ້ແຮງການລົງທຶນ ແລະ ຄົ້ນຄ້ວາໂດຍໄວ ບັນດາເຕັກໂນໂລຢີເຊິ່ງໃນນັ້ນຈະນຳໃຊ້ການຫັນເປັນດີຈີຕອນ. ທີ 3 ແມ່ນພວກເຮົາຈະສຸມແຫຼ່ງກຳລັງ, ເພື່ອຮ່ວມກຳລັງພ້ອມກັນຫັນເປັນດີຈີຕອນໃຫ້ແກ່ບັນດາອົງການ, ສຳນັກງານ, ວິສາຫະກິດໃນທົ່ວປະເທດ.

ບັນດາຜູ້ແທນເຂົ້າຮ່ວມເວທີປາໄສຖືວ່າເມື່ອປະຊາຊົນ, ວິສາຫະກິດ, ໂຮງຮຽນ, ຮາກຖານການແພດ…ລ້ວນແຕ່ມີຜະລິດຕະພັນເຕັກໂນໂລຢີດີຈີຕອນ, ເພື່ອນໃຊ້ໃນວິວັດການເຄື່ອນໄຫວ, ການຫັນເປັນດີຈີຕອນ, ນຳ ປະສິດທິຜົນມາໃຫ້ການພັດທະນາເສດຖະກິດດີຈີຕອນ ຈຶ່ງສາມາດປະກົດຜົນເປັນຈິງໄດ້.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top