• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນຄວາມຕ້ອງການ, ຄວາມຮຽກຮ້ອງທີ່ຈຳເປັນ, ແມ່ນບາດກ້າວບຸກທະລຸຍຸດທະສາດ, ໜ້າທີ່ຈຸດສູມ

ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະຊີ້ນຳ ພ້ອມກັບບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບແຜນການລະອຽດເພື່ອຜັນຂະຫຍາຍຍຸດທະສາດ ແລະ ໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ)

ຕອນເຊົ້າວັນທີ 14 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳແຫ່ງຊາດກ່ຽວກັບການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະຊີ້ນຳ ພ້ອມກັບບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບແຜນການລະອຽດເພື່ອຜັນຂະຫຍາຍຍຸດທະສາດ ແລະ ໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເປັນເຈົ້າການສ້າງແຜນການ ເພື່ອຜັນຂະຫຍາຍບັນດາໜ້າທີ່ເຊິ່ງລັດຖະບານໄດ້ປະກາດໃຊ້; ຕ້ອງຜັນຂະຫຍາຍ, ລົງທຶນໃຫ້ສອດຄ່ອງກັບບາດກ້າວບຸກທະລຸຍຸດທະສາດ.

        “ການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນຄວາມຕ້ອງການ, ຄວາມຮຽກຮ້ອງທີ່ຈຳເປັນ, ແມ່ນບາດກ້າວບຸກທະລຸຍຸດທະສາດ ແລະ ກໍ່ແມ່ນໜ້າທີ່ຈຸດສຸມຂອງ ຫວຽດນາມ ໃນໄລຍະຈະມາເຖິງ; ແມ່ນວຽກງານຕ້ອງເຮັດ, ຕ້ອງຕັດສິນໃຈປະຕິບັດໃຫ້ໄດ້. ຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ, ການສະໜັບສະໜູນ, ເຂົ້າຮ່ວມຂອງປະຊາຊົນ, ວິສາຫະກິດ, ນັກລົງທຶນ, ການໜູນຊ່ວຍຂອງເພື່ອນມິດສາກົນ; ຄວາມຕັດສິນໃຈໄດ້ສະແດງອອກດ້ວຍບັນດາການກະທຳລະອຽດ, ມີແບບມີແຜນ, ມີວິທະຍາສາດ, ມີຈຸດຫຼັກ, ຈຸດສຸມ”.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ຢ່າງ​ເປັນາ​ທງ​ການ.

Top