• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາຂະແໜງທ່ອງທ່ຽວ, ສຳຄັນແມ່ນຈີນຕະນາການ, ວິໄສທັດ ແລະ ສ້າງສີສັນສະເພາະ

ຕອນບ່າຍວັນທີ 2/8, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ມີການພົບປະກັບບັນດາສະມາຊິກສະໂມສອນເສດຖະກິດ, ວັດທະນະທຳ ແລະ ທ່ອງທ່ຽວ; ຜູ້ຕາງໜ້າການນຳບັນດາແຂວງໃນເຂດຖານທີ່ໝັ້ນຫວຽດບັກ
  ທ່ານປະທານສະພາແຫ່ງຊາດກ່າວຄຳເຫັນທີ່ການພົບປະ  

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ໄດ້ຕີລາຄາສູງ: ສະພາຊົນເຜົ່າຂອງສະພາແຫ່ງຊາດ, ສະຖາບັນເສດຖະກິດ ແລະ ວັດທະນະທຳ ຂຶ້ນກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ ແລະ ເລືອກເອົາຫົວຂໍ້ວ່າ: “ຮ່ວມກັນພັດທະນາການທ່ອງທ່ຽວຕິດພັນກັບການອະນຸລັກ, ເສີມຂະຫຍາຍ ບັນດາຄຸນຄ່າວັດທະນະທຳ ແລະ ປະຫວັດສາດຂອງເຂດຖານທີ່ໝັ້ນ ຫວຽດບັກ” ລວມມີ 6 ແຂວງຄື: ກາວບັງ, ບັກກ້ານ, ລ້າງເຊີນ, ໄທງວຽນ, ຮ່າຢາງ, ຕວຽນກວາງ. ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ກ່າວວ່າ : “     ການທ່ອງທ່ຽວ ແລະ ພິເສດແມ່ນ ການພັດທະນາການທ່ອງທ່ຽວ ຕ້ອງຕິດພັນກັບການ ອະນຸລັກ ແລະ ເສີມຂະຫຍາຍ ຄຸນຄ່າປະຫວັດສາດ ແລະ ວັດທະນະທຳ. ຄຸນຄ່າວັດທະນະທຳ ແລະ ປະຫວັດສາດຂອງຫວຽດນາມ ແມ່ນຊັບພະຍາກອນທ່ອງທ່ຽວອັນໃຫຍ່ຫຼວງ, ອຸດົມສົມບູນ ແລະ ຫາຍາກຂອງຫວຽດນາມ ທີ່ມີຕໍ່ໂລກ. ສະນັ້ນ, ໃນການສ້າງໂຄງປະກອບຂະແໜງການທ່ອງທ່ຽວຄືນໃໝ່, ຕ້ອງຕິດພັນກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ. ນີ້ແມ່ນຊັບພະຍາກອນວັດທະນະທໍາ ອັນເລີດລ້ຳຂອງພວກເຮົາ”.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top