• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາການທ່ອງທ່ຽວຫວຽດນາມແບບຍືນຍົງ

      ຕອນບ່າຍວັນທີ 2 ມັງກອນ ຢູ່ ນະຄອນ ລອງຊວຽນ ແຂວງ ອານຢາງ, ມະຫາວິທະຍາໄລ HaWaii, ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ- ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈິມີນ ແລະ ແຂວງ ອານຢາງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາສາກົນ “ເຊື່ອມຕໍ່ ຫວຽດນາມ - ການສົນທະນາຫລາຍຂະແຫນງ” ຄັ້ງທີ 9 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:vietnam+
      ດ້ວຍຫົວຂໍ້ “ພັດທະນາການທ່ອງທ່ຽວຫວຽດນາມ ແບບຍືນຍົງຈາກແງ່ມູມຫລາຍຂະແຫນງ ແລະ ຫລາຍສົ້ນ”. ກອງປະຊຸມສຳມະນາ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 400 ຄົນ ຊື່ງແມ່ນບັນດານັກວິທະຍາສາດ ແລະ ນັກຊ່ຽວຊານໃນຂົງເຂດການທ່ອງທ່ຽວ, ບັນດານັກຄຸ້ມຄອງການທ່ອງທ່ຽວມາຈາກບັນດາກະຊວງ, ຂະແຫນງການ, ບັນດາແຂວງ ນະຄອນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເວືອງບີງແທ້ງ, ປະທານຄະນະກຳມະການປະຊາຊົນ ແຂວງ ອານຢາງ ຖືວ່າ:
“ເລື່ອງຈັດຕັ້ງກອງປະຊຸມສຳມະນາຄັ້ງນີ້ ຈະປະກອບສ່ວນກຳນົດທິດໃຫ້ການທ່ອງທ່ຽວ ອານຢາງ ກາຍເປັນຂະແຫນງເສດຖະກິດປາຍແຫລມ, ນຳການພັດທະນາການທ່ອງທ່ຽວກາຍເປັນການກຳນົດທິດຍຸດທະສາດສຳຄັນໃນຍຸດທະສາດພັດທະນາເສດຖະກິດສັງຄົມຂອງແຂວງ.”
        ໃນ 3 ມື້ດຳເນີນກອງປະຊຸມສຳມະນາ, ບັນດາຜູ້ແທນຈະຈັດຕັ້ງການລົງຕົວຈິງ, ຢ້ຽມຊົມບັນດາເຂດ, ສະຖານທີ່ທ່ອງທ່ຽວຂອງແຂວງ ຜ່ານນັ້ນ ບັນດາຜູ້ແທນຈະມີຄຳເຫັນກ່ຽວກັບການຂຸດຄົ້ນ ແລະ ພັດທະນາການທ່ອງທ່ຽວຂອງແຂວງ ອານຢາງ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top