• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາກະສິກຳ ແລະ ຊົນນະບົດຫວຽດນາມ ໃນສະພາບເກີດໂລກລະບາດໂຄວິດ-19

      ບັນດາບົດປະກອບຄຳເຫັນໄດ້ພ້ອມກັນແບ່ງປັນໝາກຜົນການຄົ້ນຄວ້າ, ຕີລາຄາຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ການພັດທະນາເສດຖະກິດ ແລະ ການຜະລິດຂອງບັນດາຄອບຄົວຊາວກະສິກອນຜູ້ປະກອບການໃນຂົງເຂດກະສິກຳ

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລກ໊ວກແຢງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: bnews.vn)
      ຕອນເຊົ້າວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ໂດຍຜ່ານໂຄງການໜູນຊ່ວຍສາກົນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບອົງການຕາງໜ້າໂຄງການພັດທະນາສະຫະປະຊາຊາດ ແລະ ທະນາຄານໂລກປະຈຳຫວຽດນາມ ຈັດ “ກອງປະຊຸມຄົບຄະນະໂຄງການໜູນຊ່ວຍສາກົນ ປີ 2020”. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບ “ການຮ່ວມມືພັດທະນາກະສິກຳ ແລະ ຊົນນະບົດຫວຽດນາມ ໃນສະພາບເກີດໂລກລະບາດໂຄວິດ-19”.
        ບັນດາບົດປະກອບຄຳເຫັນໄດ້ພ້ອມກັນແບ່ງປັນໝາກຜົນການຄົ້ນຄວ້າ, ຕີລາຄາຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ການພັດທະນາເສດຖະກິດ ແລະ ການຜະລິດຂອງບັນດາຄອບຄົວຊາວກະສິກອນຜູ້ປະກອບການໃນຂົງເຂດກະສິກຳ, ກໍຄືການຕັດຕອນບັນດາລະບົບສະໜອງຂະແໜງສິນຄ້າກະສິກຳ; ໄພອັນຕະລາຍກ່ຽວກັບສິ່ງແວດລ້ອມ ແລະ ບັນຫາຮັບປະກັນຄວາມປອດໄພດ້ານສະບຽງອາຫານລະດັບຊາດ ກໍຄືທົ່ວໂລກ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລກ໊ວກແຢງ, ກ່າວວ່າ.
        “ນີ້ແມ່ນກາລະໂອກາດເພື່ອໃຫ້ພວກເຮົາສືບຕໍ່ຮັບແຫຼ່ງກຳລັງ, ເຕັກໂນໂລຊີໃໝ່ຕື່ມອີກຄື: ກະສິກຳອັດສະລິຍະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາກະສິກຳຕາມທິດລົງເລິກ ແລະ ສ້າງໂຄງປະກອບກະສິກຳຄືນໃໝ່ໃຫ້ບັນລຸປະສິດທິຜົນ. ພ້ອມທັງຍົກສູງກຳລັງແຫຼ່ງຊັບພະຍາກອນມະນຸດໃນຂະແໜງກະສິກຳ ເພື່ອເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງເຂົ້າໃນພື້ນຖານເສດຖະກິດສາກົນ”.
        ໂດຍຕາງໜ້າໃນບັນດາຄູ່ຮ່ວມມືສາກົນ ແລະ ບັນດານັກອຸປະຖຳ, ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດ ປະຈຳຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນເຊິ່ງຂະແໜງກະສິກຳບັນລຸໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານທົ່ວໂລກ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top