• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ແລະ ສ​ະ​ພາ​ແຫ່ງ​ຊາດ​ ຫວຽດນາມ ​ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂເພື່ອ​ໃຫ້ ​ບັນ​ດາອົງ​ການ​ຕາງ​ໜ້າ​ ຫວຽດ​ນາມ ປະ​ຈຳຕ່າງ​ປະ​ເທດ​ ເຄື່ອນ​ໄຫວ​ຢ່າງ​ສະ​ດວກ

ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ສະແດງຄວາມຫວັງວ່າ, ໃນໄລຍະທີ່ຈະມາເຖິງ, ໝູ່ຄະນະສະຖານທູດຈະສືບຕໍ່ມານະພະຍາຍາມກວ່ານີ້ອີກ ເພື່ອເພີ່ມທະວີການພົວພັນລະຫວ່າງ 2 ປະເທດ, ປະກອບສ່ວນປະຕິບັດບັນດານະໂຍບາຍການພົວພັນຕ່າງປະເທດກັບ ອິນເດຍ ທີ່ພັກ ແລະ ລັດ ຫວຽດນາມ ໄດ້ວາງອອກ.


ພາບປະກອບ: TTXVN

ພາຍຫຼັງມາຮອດນະຄອນຫຼວງ New Delhi, ເລີ່ມຕົ້ນການຢ້ຽມຢາມ ສ.ອິນເດຍ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມສຳນັກງານສະຖານທູດ ຫວຽດນາມ ປະຈຳ ອິນເດຍ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ອິນເດຍ.

ໃນການພົບປະໂອ້ລົມກັບ ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ອິນເດຍ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ອິນເດຍ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງ ປະຊາຄົມຊາວ ຫວຽດນາມ ຢູ່ ອິນເດຍ. ຊາວ ຫວຽດນາມ ລູ້ນທີ 2, ທີ 3ຢູ່ ອິນເດຍ ຍັງປົກປັກຮັກສາວັດທະນະທຳ, ພາສາ ຫວຽດ ແລະ ຍາມໃດກໍ່ອວ່າຍໜ້າເມ່ືອຫາບ້ານເກີດເມືອງນອນປະເທດຊາດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຜົນງານທີ່ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຟ້າມແຊງເຈົ່າ ແລະ ພະນັກງານ, ພາລະກອນ ສະຖານທູດທຸກຖ້ວນໜ້າບັນລຸໄດ້ໃນຊຸມປີຜ່ານມາ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ແມ່ນນ້ອຍຢູ່ປະເທດປະຈຳຖິ່ນ, ປະກອບສ່ວນເພີ່ມທະວີ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຂັ້ນສູງ ລະຫວ່າງການນຳ 2 ປະເທດຢ່າງບໍ່ຢຸດຢັ້ງ; ເພີ່ມທະວີຄວາມເຂົ້າໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດກວ່າອີກ.

ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ສະແດງຄວາມຫວັງວ່າ, ໃນໄລຍະທີ່ຈະມາເຖິງ, ໝູ່ຄະນະສະຖານທູດຈະສືບຕໍ່ມານະພະຍາຍາມກວ່ານີ້ອີກ ເພື່ອເພີ່ມທະວີການພົວພັນລະຫວ່າງ 2 ປະເທດ, ປະກອບສ່ວນປະຕິບັດບັນດານະໂຍບາຍການພົວພັນຕ່າງປະເທດກັບ ອິນເດຍ ທີ່ພັກ ແລະ ລັດ ຫວຽດນາມ ໄດ້ວາງອອກ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh; ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.

Top