• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງພົນລະເມືອງ

ທ່ານ​ນາງ ເຈືອງ​ທິ​ມາຍ ​ຢ້ຽມ​ຢາມ
ອວຍ​ພອນ​ສະ​ມາ​ຄົມ​ຄິດ​ທະ​ສາ​ສະ​ໜາ ເຫວ້ 
       ວັນ​ທີ 16/04, ຢູ່​ນະ​ຄອນ ເຫວ້, ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ ໂດຍ​ທ່ານ​ນາງ ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ ນຳ​ໜ້າໄດ້ລົງ​ຢ້ຽມ​ຢາມ, ອວຍ​ພອນ​ສະ​ມາ​ຄົມ​ຄິດ​ທະ​ສາ​ສະ​ໜາ ເຫວ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ອິດ​ສະ​ເຕີ (Easter) 2017. ຕາງ​ໜ້າໃຫ້​ການ​ນຳ​ພັກ, ລັດ, ທ່ານ​ນາງ ເຈືອງ​ທິ​ມາຍ ອ​ວຍ​ພອ​ນ​ສຸ​ຂະ​ພາບ​ ສັງຄະ​ນາ​ຍົກ ຫງວຽນ​ຈີ​ລິງ ​ຫົວ​ໜ້າ​ສະ​ມາ​ຄົມ​ຄິດ​ທະ​ສາ​ສະ​ໜາ; ສົ່ງ​ຄຳ​ອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ບຸນ​ອິດ​ສະ​ເຕ​ີ 2017 ເຖິງ​ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ ແລ​ະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ. ທ່ານ​ນາງ ເຈືອງ​ທິ​ມາຍ ຢືນ​ຢັນ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ​ແມ່ນ​ຍາມ​ໃດ​ກໍ່​ເຄົາ​ລົບ, ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຫລື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ​ຂອງ​ພົນ​ລະ​ເມືອງ; ຮັບ​ປະ​ກັນ​ໃຫ້​ບັນ​ດາ​ສາ​ສະ​ໜາ​ມີ​ຄວາມ​ເສ​ລີ​ໃນ​ການ​ເຄື່ອນ​ໄຫວ​​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ທ່ານ​ນາງ ເຈືອງ​ທິ​ມາຍ ເຊື່ອ​ໝັ້​ນ​ວ່າ ສັງ​ຄະ​ນາ​ຍົກ ແລະ ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ສືບ​ຕໍ່​ເຂົ້າ​ຮ່ວມ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ປະ​ເທດ​ຊາດ​ໃຫ້ນັບ​ມື້​ນັບ​ຈະ​ເລີນ​ຮຸງ​ເຮືອງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top