• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ຊາວຜູ້ອອກແຮງງານ

      “ພັກ, ລັດຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ຊາວຜູ້ອອກແຮງງານ”

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ
      ນັ້ນແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ທີ່ລາຍການ “ບຸນເຕັດແຫ່ງຄວາມເຕົ້າໂຮມ - 2018” ທີ່ສະຫງວນໃຫ້ກຳມະກອນຊາວຜູ້ອອກແຮງງານຢູ່ແຂວງ ຫາຍເຢືອງ. ເນື່ອງໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາ, ທ່ານນາງປະທານສະພາແຫ່ງຊາດ ໄດ້ສົ່ງຄຳອວຍພອນປີໃໝ່ດີງາມທີ່ສຸດ ເຖິງກຳມະກອນ, ພາລະກອນ, ຊາວຜູ້ອອກແຮງງານທັງໝົດໃນທົ່ວປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ:
        “ສຳລັບກຳມະກອນຊາວຜູ້ອອກແຮງງານ, ເມື່ອໄດ້ເຕົ້າໂຮມນຳຄອບຄົວໃນຊຸມວັນຂອງບຸນເຕັດ ແມ່ນຄວາມເບີກບານມ່ວນຊື່ນທີ່ສຸດ. ເປັນຕົ້ນແມ່ນກຳມະກອນເຮັດວຽກຢູ່ຫ່າງໄກກັບຄອບຄົວ ຈາກພາກເໜືອ, ພາກກາງເຂົ້າເຮັດວຽກຢຢູ່ເຂດອຸດສາຫະກຳ. ຂ້າພະເຈົ້າຫວັງວ່າ ພວກເພື່ອນ, ພວກນ້ອງ ຈົ່ງຍາດເວລາອັນລ້ຳຄ່ານັ້ນ ໃຫ້ຄອບຄົວ, ເບິ່ງແຍງດູແລລູກຫຼານ ເພື່ອເພີ່ມພູນຄູນສ້າງມູນເຊື້ອອັນດີງາມຂອງຊາດຢ່າງໝັ້ນຄົງກ່ວາອີກ”.
        ທ່ານນາງປະທານສະພາແຫ່ງຊາດ ສະເໜີວ່າ ປີ 2018 ແລະ ຊຸມປີຕໍ່ໄປ, ກຳມະກອນ, ພາລະກອນ, ຊາວຜູ້ອອກແຮງງານທຸກຄົນ ຍົກສູງລະດັບຄວາມຮູ້ດ້ານວິຊາການ, ເຮັດວຽກມີສະມັດຕະພາບກ່ວາ, ມີຄຸນນະພາບສູງກ່ວາ, ສືບຕໍ່ຢັ້ງຢືນວ່າ ແມ່ນກຳລັງກ້າວໜ້າຂອງສັງຄົມ, ປະກອບສ່ວນໃຫ້ການພັດທະນາຂອງອົງການ, ຫົວໜ່ວຍ, ວິສາຫະກິດນັບມື້ນັບຍິ່ງໃຫຍ່ກ່ວາ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ໃນໂອກາດວັນໄຊຊະນະ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະ 2 ຝ່າຍກັບການນຳ ຈີນ, ກຸຍບາ, ຢູເບກິດສະຖານ.

Top