
ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ (ພາບ: TTXVN)
ນັ້ນແມ່ນຄຳຢັ້ງຢືນຂອງທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ທີ່ການພົບປະກັບບັນດາສະມາຊິກສະພາແຫ່ງຊາດຊຸດທີ 14 ເປັນຜູ້ທີ່ມີຍົດຖາບັນດາສັກໃນສາສະໜາ ໂດຍຄະນະຂົນຂວາຍປະຊາຊົນສູນກາງຈັດຕັ້ງໃນຕອນເຊົ້າວັນທີ 12 ພະຈິກ ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ:
ຂ້າພະເຈົ້າປາດຖະໜາວ່າ ບັນດາຜູ້ມີຍົດຖາບັນດາສັກເຊິ່ງເປັນສະມາຊິກສະພາແຫ່ງຊາດ ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງ ຂອງພໍ່ແມ່ປະຊາຊົນຖືສາສະໜາ ປະກອບເຂົ້າໃນວິວັດການພັດທະນາລວມຂອງບັນດາສາສະໜາ ກໍ່ຄືການພັດທະນາລວມຂອງປະເທດຊາດ.ມາຮອດປະຈຸບັນ, ລັດ ຫວຽດນາມ ໄດ້ຮັບຮອງເອົາອົງການສາສະໜາ 42 ແຫ່ງທີ່ຂຶ້ນກັບ 15 ສາສະໜາ ດ້ວຍສາສະນິກກະຊົນປະມານ 25,3 ລ້ານຄົນ, ກວມເອົາ 27% ປະຊາກອນໃນທົ່ວປະເທດ.
(ແຫຼ່ງຄັດຈາກ VOV)