• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກກອມມູນິດ ອາເມລິກາ ອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ

ໃນໂທລະເລກຊົມເຊີຍ, ພັກກອມມູນິດ ອາເມລິກາ ໄດ້ຕີລາຄາການເຊື່ອມຊຶມລັດທິ ມາກ - ເລນິນ ແລະ ແນວທາງ, ນະໂຍບາຍຂອງພັກກອມມູນິດ ຫວຽດນາມ ໄດ້ປະກອບສ່ວນກຳນົດຮູບແບບການນຳພາເປັນເອກະລັກສະເພາະ, ມີຫົວຄິດປະດິດສ້າງ.
ທ່ານປະທານປະເທດ ໂຕເລິມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 (ພາບ: TTXVN)

ວັນທີ 06 ສິງຫາ, ພັກກອມມູນິດ ອາເມລິກາ ໄດ້ສົ່ງໂທລະເລກຊົມເຊີຍເຖິງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດທ່ານປະທານປະເທດ ໂຕເລິມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13.

        ໃນໂທລະເລກຊົມເຊີຍ, ພັກກອມມູນິດ ອາເມລິກາ ໄດ້ຕີລາຄາການເຊື່ອມຊຶມລັດທິ ມາກ - ເລນິນ ແລະ ແນວທາງ, ນະໂຍບາຍຂອງພັກກອມມູນິດ ຫວຽດນາມ ໄດ້ປະກອບສ່ວນກຳນົດຮູບແບບການນຳພາເປັນເອກະລັກສະເພາະ, ມີຫົວຄິດປະດິດສ້າງ ແລະ ບັນດາການປະກອບສ່ວນສຳຄັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ແກ່ພາລະກິດສ້າງສາ, ພັດທະນາປະເທດ ຫວຽດນາມ ໃຫ້ກາຍເປັນສັງຄົມສີວິໄລ, ທັນສະໄໝ, ບົນພື້ນຖານເສດຖະກິດການຕະຫຼາດ ຕາມການກຳນົດທິດສັງຄົມນິຍົມ, ດ້ວຍລະດັບຄອງຊີບຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງວ່ອງໄວ. ພັກກອມມູນິດ ອາເມລິກາ ເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະສືບຕໍ່ປະກອບສ່ວນປັບປຸງພື້ນຖານພາລະກິດແຫ່ງການສ້າງສາສັງຄົມນິຍົມຢູ່ ຫວຽດນາມ ຢ່າງໜັ້ນຄົງໜັກແໜ້ນ ແລະ ສືບຕໍ່ບັນລຸບັນດາຜົນງານທີ່ຍິ່ງໃຫຍ່ຂອງພັກກອມມູນິດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top