• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະ​ບາດ​ສົມ​ເດັດ​ພະ​ເຈົ້າຢູ່​ຫົວ​ໄທ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ

ຕອນບ່າຍວັນທີ 22 ເມສາ, ຢູ່ນະຄອນຫຼວງ ບາງກອກ, ທ່ານ ຟ້າມວຽດຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ລາຊະອານາຈັກ ໄທ ໄດ້ຍື່ນສານຕາຕັ້ງ ໄປຍັງ ພະບາດສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນໄທ.
  ທ່ານ ຟ້າມວຽດຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ລາຊະອານາຈັກ ໄທ ໄດ້ຍື່ນສານຕາຕັ້ງ ໄປຍັງ ພະບາດສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນໄທ   

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຟ້າມວຽດຮຸ່ງ ໄດ້ສົ່ງຄຳຢຶ້ຢາມຖາມຂ່າວ ແລະ ຄຳອວຍພອນທີ່ດີງາມຂອງທ່ານປະທານປະເທດ ໂຕເລິມ ແລະ ການນຳຂັ້ນສູງ ຫວຽດນາມ ໄປຍັງ ພະບາດສົມເດັດພະເຈົ້າຢູ່ຫົວ, ບັນດາສະມາຊິກພະບໍລົມວົງສານຸວົງ, ລັດຖະບານ ແລະ ປະຊາຊົນໄທ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາຢ່າງແຮງຂອງການພົວພັນ ຫວຽດນາມ - ໄທໃນທຸກຂົງເຂດ; ພ້ອມທັງ ໃຫ້ຄຳໝັ້ນສັນຍາ ໃນຖານະຂອງຕົນຈະມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ນ້ຳໃຈມິດຕະພາບຢ່າງໝັ້ນແກ່ນລະຫວ່າງສອງປະເທດ ໃຫ້ຫຼາຍກ່ວາອີກ.

ພະບາດສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ໄດ້ຕີລາຄາວ່າ ໄທ ແລະ ຫວຽດນາມ ຍາມໃດກໍ່ມີການພົວພັນມິດຕະພາບອັນດີງາມ, ພະບາດສົມເດັດພະເຈົ້າຢູ່ຫົວ ປາດຖະໜາຢາກສອງປະເທດ ສືບຕໍ່ຊຸກຍູ້ການພົວພັນໃນທຸກຂົງເຂດ, ໃນທຸກຂັ້ນນັບແຕ່ສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍ. ພະບາດສົມເດັດພະເຈົ້າຢູ່ຫົວເຊື່ອໝັ້ນວ່າ ການພົວພັນມິດຕະພາບ ລະຫວ່່າງ ຫວຽດນາມ ແລະ ໄທຈະສືບຕໍ່ໄດ້ຮັບການປັບປຸງ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ວັດທະນາຖາວອນ ໃນພາກພື້ນ ແລະ ໃນໂລກ; ພ້ອມທັງໃຫ້ຄຳໝັ້ນສັນຍາຈະພ້ອມກັບລັດຖະບານໄທ ສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານເອກອັກຄະລັດຖະທູດປະຕິບັດສຳເລັດໜ້າທີ່ຂອງຕົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ການຢ້ຽມຢາມ 2 ປະເທດດັ່ງກ່າວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.

Top