• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ ຍີ່ປຸ່ນຢ້ຽມຢາມລາດຊະວັງເຫ້ວ

ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ​ພະ​ມະ​ເຫ​ສີ ​ຍີ່​ປຸ່ນຢ້ຽມ​ຢາມ
ກຸງ​ເກົ່າ​ເຫ້ວ
      ສືບ​ຕໍ່​ການ​ຢ້ຽມ​ຢາມ​ທ​າງ​ລັດ​ຖະ​ກິດ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 4/3, ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ​ພະ​ມະ​ເຫ​ສີ ​ຍີ່​ປຸ່ນ ໄດ້​ໄປ​ຢ້ຽມ​ຢາມ​ລາດ​ຊະ​ວັງ​ເຫ້ວ. ພາຍ​ຫລັງ​ຢ້ຽມ​ຢາມ ວັງ​ທາຍ​ຮ​ວາ, ລາດ​ຊະ​ວັງ​ເຫ້ວ, ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ​ພະ​ມະ​ເຫ​ສີ ​ຍີ່​ປຸ່ນ ໄດ້​ຊົມ​ລາຍ​ການ​ສະ​ແດງ​ດົນ​ຕີ​ໃນ​ລາ​ຊະ​ວັງ​ເຫ້ວ ຊື່​ງ​ແມ່ນ​ປະ​ເພດ​ດົນ​ຕີ​ມີ​ຈຸດ​ຄ້າຍ​ຄື​ກັນ​ກັບ​ດົນ​ຕີ​ໃນ​ລາດ​ຊະ​ວັງ​ຂອງ​ຍີ່​ປຸ່ນ. ຕາ​ມ​ບັນ​ດາ​ເອ​ກະ​ສານ​ປະ​ຫວັດ​ສາດ​ແລ້ວ, ດົນ​ຕີ​ໃນ​ລາ​ດຊະ​ວັງ ຍີ່​ປຸ່ນ ມີ​ການ​ພົວ​ພັນ ແລະ ມີ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກັບ​ດົນ​ຕີ​ໃນ​ລາ​ດຊະ​ວັງ​ເຫ້ວ ແຕ່​ສັດ​ຕະ​ວັດ​ທີ 8. ດົນ​ຕີ​ໃນ​ລາດ​ຊະ​ວັງ ຍີ່​ປຸ່ນ ເລີ່ມ​ພັດ​ທະ​ນາ​ແຕ່​ສັດ​ຕະ​ວັດ​ທີ 10 ຫລັງ ຄ​ສ ແມ່ນ​ການ​ປະ​ສົມ​ປະ​ສານ​ບັນ​ດາ​ທຳ​ນອງ ແລະ ບົດ​ເພງ​ຍີ່​ປຸ່ນ ກໍ​ຄື​​ມາຈາກ​ບັນ​ດາ​ປະ​ເທດອື່ນ. ທ່ານ ຟານ​ແທງ​ຫາຍ, ຜູ້​ອຳ​ນວຍ​ການ​ສູນ​ອະ​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸ່ງ​ເກົ່າ​ເຫ້ວ ໃຫ້​ຮູ້​ວ່າ:
        “ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ​ພະ​ມະ​ເຫ​ສີ ​ຍີ່​ປຸ່ນ ມີ​ຄວາມ​ຮັກ​ພິ​ເສດ​ຕໍ່​ມໍ​ລະ​ດົກ. ປີ 2007, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ຄະ​ນະ​ນັກ​ສິ​ລະ​ປິນ​ສະ​ແດງ​ດົນ​ຕີ​ໃນ​ລາດ​ຊະ​ວັງ​ຮ່ວມ​ເດີນ​ທາ​ງ​ກັບ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ມີງ​ຈຽດ ເຂົ້າ​​ສະ​ແດງ​ໃນລາດ​ຊະ​ວັງຢູ່ ໂຕ​ກຽວ. ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ​ພະ​ມະ​ເຫ​ສີ ​ຍີ່​ປຸ່ນ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ ເພາະ​ດົນ​ຕີ​ໃນ​ລາດ​ຊະ​ວັງ ຍີ່​ປຸ່ນ ແມ່ນ​ມີ​ຕົ້ນ​ກຳ​ເນີດ​ຈາກ​ຫວຽດ​ນາມ. ແຕ່​ສັດ​ຕະ​ວັດ​ທີ 8 ມ​ີ​ນັກ​ບວດ​ຫວຽດ​ນາມ​ຜູ້​ຫນຶ່ງ​ໄດ້​ໄປ​ຍີ່​ປຸ່ນ ແລະ ​ໄດ້ເຜີຍ​ແຜ່​ດົນ​ຕີ​ໃນ​ລາດ​ຊະ​ວັງ. ຜ່ານ​ການ​ຢ້ຽມ​ຢາມນີ້ ພະ​ເຈົ້າ​ຈັກ​ກະ​ພັດ​ຈະ​ມີ​ຄວາມເຂົ້າ​ໃຈກ່ຽວ​ກັບ​ມໍ​ລະ​ດົກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ອຸ​ດົມ​ສົມ​ບູນ​ຂອງ​ຫວຽດ​ນາມ ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ.”
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top