• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝຶກອົບຮົມວຽກງານໂຄສະນາການເລືອກຕັ້ງໃຫ້ແກ່ນັກຂ່າວບັນດາອົງການສື່ມວນຊົນ

      ບັນດາຜູ້ແທນໄດ້ຮັບຟັງເອກະສານຊີ້ນຳການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026; ບັນດາຂໍ້ກຳນົດຂອງກົດໝາຍ, ແຜນການ, ການແນະນຳກ່ຽວກັບການເລືອກຕັ້ງ
ກອງປະຊຸມຝຶກອົບຮົບວຽກງານໂຄສິນາໃຫ້ແກ່ການເລືອກຕັ້ງ
(ພາບ: tuoitre.vn)
      ຕອນເຊົ້າວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານໂຄສິນາໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໃຫ້ແກ່ນັກຂ່າວຂອງບັນດາອົງການອົງການສື່ມວນຊົນສູນກາງ ແລະ ຮ່າໂນ້ຍ.
        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງເອກະສານຊີ້ນຳການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026; ບັນດາຂໍ້ກຳນົດຂອງກົດໝາຍ, ແຜນການ, ການແນະນຳກ່ຽວກັບການເລືອກຕັ້ງ, ມາດຕະຖານກ່ຽວກັບສະມາຊິກສະພາແຫ່ງຊາດ, ຜູ້ແທນສະພາປະຊາຊົນທຸກຂັ້ນ, ຂໍ້ກຳນົດກ່ຽວກັບການແນະນຳຜູ້ສະໝັກຮັບເລືອກຕັ້ງ, ສະໝັກຮັບເລືອກຕັ້ງເອງ, ສິດຜົນປະໂຫຍດ, ໜ້າທີ່ຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ; ກຳນົດທິດວຽກງານຖະແຫຼງຂ່າວກ່ຽວກັບການເລືອກຕັ້ງໃນໄລຍະຈະມາເຖິງ.
        ຕາມແຜນການຂອງຄະນະໂຄສະນາສຶກສາສູນກາງແລ້ວ, ວຽກງານໂຄສະນາຕ້ອງຮັບປະກັນຄຸນນະພາບ, ປະສິດທິຜົນ, ປະຢັດ, ບໍ່ອວດອ້າງ, ເປັນຮູບການ. ວຽກງານໂຄສະນາໄດ້ດຳເນີນນັບແຕ່ເດືອນ ມັງກອນ 2021, ສຸດຍອດແມ່ນໃນເດືອນ ເມສາ ຮອດວັນເລືອກຕັ້ງທີ 23 ພຶດສະພາ 2021 ແລະ ພາຍຫຼັງສິ້ນສຸດການເລືອກຕັ້ງ, ປະກາດໝາກຜົນການເລືອກຕັ້ງ.
(ແຫຼ່ງຄັດຈາກ VOV)
 


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top