• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ອາ​ສາ​ສະ​ໝັກກວ່າ 30.000 ຄົນເຂົ້າຮ່ວມຂະບວນການລະດູບານໃຫມ່ອາສາສະໝັກປີ 2018

      ຕອນເຊົ້າວັນທີ 14 ມັງກອນ ຢູ່ ນະຄອນ ໂຮ່ຈິມີນ ໄດ້ດຳເນີນພິທີເລີ່ມເຄື່ອນໄຫວຂະບວນການລະດູບານໃຫມ່ອາສາສະໝັກປີ 2018 ໂດຍມີການເຂົ້າຮ່ວມຂອງຜູ້ອາສາສະໝັກກວ່າ 30.000 ຄົນ ສັງກັດບັນດາມະຫາວິທະຍາໄລ, ວິທະຍາໄລ, ວິທະນາຄານ ແລະ ໂຮງຮຽນມັດທະຍົມ ຢູ່ ບໍລິເວນນະຄອນ.
      ຂະບວນການລະດູບານໃຫມ່ອາສາສະໝັກ ແມ່ນມຸ່ງໄປເຖິງການເບິ່ງແຍງດູແລໃຫ້ແມ່ຫວຽດນາມ ວິລະຊົນ, ຂະບວນການນັກຮຽນນັກສຶກສາ, ກຳລັງປະກອບອາວຸດ, ຄອບຄົວໃນເປົ້າໝາຍນະໂຍບາຍ,ເດັກກຳພ້າກຳພອຍ, ຄົນພິການ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນນະຄອນກໍ່ຄືເຂດທະເລໝູ່ເກາະ. ເພື່ອນ ເລເຕີນລຶກ ຜູ້ເຂົ້າຮ່ວມລາຍການລະດູບານໃຫມ່ອາສາສະໝັກ ໃຫ້ຮູ້ວ່າ:
        “ຂ້າພະເຈົ້າເຂົ້າຮ່ວມລາຍການນີ້ມາເປັນເວລາຫລາຍປີແລ້ວ, ສະນັ້ນ ເມື່ອ ບຸນປີໃຫມ່ປະຈຳຊາດວຽນມາ ໄດ້ມີໂອກາດລົງພົບປະກັບພໍ່ແມ່ປະຊາຊົນຢູ່ບັນດາທ້ອງຖິ່ນ , ຊ່ວຍເຫລືອເຂົາເຈົ້າກະກຽມຕ້ອນຮັບບຸນປີໃຫມ່ປະຈຳຊາດ. ນັ້ນແມ່ນຄວາມປິຕິຊົມຊື່ນບໍ່ພຽງແຕ່ຂ້າພະເຈົ້າເອງເທົ່ານັ້ນ ຫາກນັບທັງນັກຮຽນນັກສຶກສາຢູ່ນະຄອນອີກດ້ວຍ ແລະ ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເພື່ອນມີຄວາມເຂົ້າໃຈກ່ຽວກັບຊີວິດກວ່າ.”
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕັດສິນຫຼາຍບັນຫາສຳຄັນຍິ່ງ, ມີຄວາມໝາຍສຳຄັນທີ່ສຸດ.

Top