• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ເຫັນ​ດີ​ຕໍ່​ສານ “ເວົ້າ​ໜ້ອຍ - ເຮັດຫຼາຍ - ເຮັດ​ຈົນ​ສຳ​ເລັດ​ຜົນ”

ວິວັດການກະກຽມບັນດາເອກະສານຢ່າງພິຖີພິຖັນ, ພິເສດແມ່ນການຮັບເອົາຄຳເຫັນຢ່າງກວ້າງຂວາງຂອງປະຊາຊົນທຸກຊັ້ນວັນນະ ແມ່ນຈຸດສະແດງໃຫ້ເຫັນແຈ້ງຈິດໃຈປະຊາທິປະໄຕ, ຢາກຮູ້ຢາກເຫັນ, ຖື ພູມປັນຍາ ແລະ ສຽງເວົ້າຂອງປະຊາຊົນ ເປັນສຳຄັນໃນການວາງແຜນກຳນົດແນວທາງພັດທະນາປະເທດຊາດ.
ຜູ້ມີສິດເລືອກຕັ້ງ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຂວງເຊີນລາ ມີຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງຕໍ່ການຜັນຂະຫຍາຍບັນດາການກຳນົດທິດບຸກທະລຸຍຸດທະສາດຢ່າງແທ້ຈິງ (ພາບ: VOV)

ເມື່ອຕິດຕາມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນບັນດາພາຫະນະສື່ມວນຊົນ, ຜູ້ມີສິດເລືອກຕັ້ງ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຂວງ ເຊີນລາ ໄດ້ສະແດງຄວາມສົນໃຈເປັນພິເສດ ແລະ ຕີລາຄາສູງບັນດາສານສຳຄັນທີ່ໄດ້ສົ່ງໄປ, ໃນນັ້ນມີສານ “ເວົ້າໜ້ອຍ - ເຮັດຫຼາຍ - ເຮັດຈົນສຳເລັດຜົນ” ເຮັດໃຫ້ຜູ້ມີສິດເລືອກຕັ້ງເຫັນດີເປັນເອກະພາບຢ່າງສູງ. ທ່ານ ຫງວຽນຕວັນແອັງ, ເລຂາພັກຕາແສງ ຈ່ຽງຊູງ, ແຂວງ ເຊີນລາ ໃຫ້ຮູ້ວ່າ:          

ເຮັດຫຼາຍແມ່ນການກະທຳແທ້ຈິງ, ກິ້ງເກືອກເຂົ້າໃນບັນດາວຽກງານທີ່ຍາກ ແລະ ເຮັດຈົນສຳເລັດແມ່ນປັດໄຈທີ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກຈັບໃຈທີ່ສຸດ. ເຮັດຈົນສຳເລັດແມ່ນຄວາມຮັບຜິດຊອບ, ແມ່ນກຽດຂອງສະມາຊິກພັກຕໍ່ກັບປະຊາຊົນ. ສານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເຕື້ອງຖືກຈຸດອຸດຕັນໃນຂອດທີ່ຈັດຕັ້ງປະຕິບັດມາແຕ່ດົນນານແລ້ວ. ນັ້ນແມ່ນເຂັມຊີ້ທິດເພື່ອໃຫ້ພວກຂ້າພະເຈົ້າປັບປຸງວິຖີໃນການເຮັດວຽກຄືນໃໝ່ ຕ້ອງມີວິໄນກວ່າ, ຕົວຈິງກວ່າ ແລະ ມີປະສິດທິຜົນກວ່າ.

ຕາມຜູ້ມີສິດເລືອກຕັ້ງ ເຊີນລາ ແລ້ວ, ວິວັດການກະກຽມບັນດາເອກະສານຢ່າງພິຖີພິຖັນ, ພິເສດແມ່ນການຮັບເອົາຄຳເຫັນຢ່າງກວ້າງຂວາງຂອງປະຊາຊົນທຸກຊັ້ນວັນນະ ແມ່ນຈຸດສະແດງໃຫ້ເຫັນແຈ້ງຈິດໃຈປະຊາທິປະໄຕ, ຢາກຮູ້ຢາກເຫັນ, ຖື ພູມປັນຍາ ແລະ ສຽງເວົ້າຂອງປະຊາຊົນ ເປັນສຳຄັນໃນການວາງແຜນກຳນົດແນວທາງພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອປະກອບສ່ວນເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາຊາ, ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

Top